leftcenterrightdel
ກອງປະຊຸມສະຫຼຸບບັນດາເຈົ້າໜ້າທີ່ອາວຸໂສ APEC. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ກອງປະຊຸມໄດ້ສຸມໃສ່ຕີລາຄາເລື່ອງຜັນຂະຫຍາຍບັນດາໝາກຜົນຂອງປີ APEC 2017, ພົ້ນເດັ່ນແມ່ນຊຸກຍູ້ການເຕີບໂຕກວມລວມທາງດ້ານເສດຖະກິດ, ການເງິນ, ສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັງກາດດີຈິຕອນ, ການຄ້າເອເລັກໂຕນິກ, ໜູນຊ່ວຍວິສາຫະກິດຂະໜາດກາງ ແລະຂະໜາດນ້ອຍເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ສ້າງວິໄສທັດ APEC ພາຍຫຼັງ ປີ 2020... ກອງປະຊຸມກໍ່ໄດ້ປຶກສາຫາລືບັນດາບຸລິມະສິດຂອງການຮ່ວມມື APEC ປີ 2018 ບົນເນື້ອໃນຈິດໃຈຂອງຫົວຂໍ້ທີ່ວ່າ “ໝູນໃຊ້ບັນດາກາລະໂອກາດກວມລວມ, ເສີມຂະຫຍາຍອະນາຄົດດີຈິີຕອນ” ເພື່ອແນໃສ່ເພີ່ມທະວີການຮ່ວມສໍາພັນດ້ານເສດຖະກິດໃນພາກພື້ນ, ເຊື່ອມຕໍ່ຮອບດ້ານ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຊຸກຍູ້ເສດຖະກິດທາງອິນເຕີແນັດ ແລະເສດຖະກິດດີຈິຕອນ, ຫັນປ່ຽນຮູບແບບການເຕີບໂຕ, ປະຕິຮູບໂຄງປະກອບ...

ໂດຍ: ທູຈາງ