leftcenterrightdel
ຫົວໜ້າຄະນະຜູ້ແທນຂອງບັດດາປະເທດອາຊຽນເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ (APSC)  ຄັ້ງທີ 18 ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສະເໜີໃຫ້ບັນດາປະເທດອາຊຽນສືບຕໍ່ເພີ່ມທະວີຄວາມສາມັກຄີຮັບ​ມື​ກັບບັນດາສິ່ງ​ທ້າ​ທາຍດ້ານ​ຄວາມ​ໝັ້ນຄົງໃນຂອບເຂດການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ 33 ແລະກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ (APSC) ແລະກອງປະຊຸມສະພາປະສານງານອາຊຽນ (ACC) ເພື່ອກວດກາຄືນສະພາບການຮ່ວມມືຂອງອາຊຽນ. ນອກ​ນີ້ອາຊຽນຄວນສືບຕໍ່ວາງໜ້າທີ່ຈຸມສຸມເຂົ້າໃສ່ເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບຂອງພາກພື້ນ, ຮັກສາບົດບາດເປັນໃຈກາງຂອງອາຊຽນ. ພ້ອມ​ທັງຍຶດໝັ້ນບັນດາຫຼັກການທີ່ໄດ້ຕົກລົງກັນ, ຮ່ວມກັນມານະພະຍາຍາມຮັບປະກັນສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ເຄົາລົບປະຕິບັດກົດໝາຍສາກົນ, ປອດການທະຫານ, ບໍ່ມີການກະທຳສ້າງຄວາມສັບສົນຕໍ່ສະພາບການ, ໃຫ້ຄຳໝັ້ນສັນຍາວ່າຈະແກ້ໄຂຂໍ້ຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ຂ່າວ: ຂປລ