ຕອນຄໍ່າວັນທີ 13 ພະຈິກ, ທີ່ຫໍປະຊຸມສາກົນ Suntec, ສິງກະໂປ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບບັນດາການນໍາອາຊຽນໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະກອງປະຊຸມສຸດຍອດອາຊຽນຄັ້ງທີ 33.

leftcenterrightdel
ບັນຍາກາດທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນໄຂວາລະປະຊຸມ, ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ  ໄດ້ຍົກອອກບັນດາຄໍາຖາມ ເຊິ່ງອາຊຽນຄວນສຸມໃສ່ແກ້ໄຂແມ່ນສ້າງພື້ນຖານໝັ້ນຄົງໃຫ້ພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະອີງໃສ່ລະບຽບກົດໝາຍ; ຮັກສາອາຊຽນໃຫ້ສືບຕໍ່ແມ່ນພາກພື້ນພັດທະນາເສດຖະກິດຢ່າງເຂັ້ມແຂງ ແລະຂະຫຍັນຂັນເຄື່ອນ; ເພີ່ມທະວີກໍາລັງຄວາມສາມາດຂອງອາຊຽນເພື່ອຮັບມືກັບສິ່ງທ້າທາຍທີ່ນາບຂູ່ເຖິງຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນຢ່າງມີປະສິດທິຜົນ. ທ່ານ ຫຼີຊຽນຫຼົງ ເນັ້ນໜັກວ່າ, ເພື່ອແກ້ໄຂບັນຫາດັ່ງກ່າວ, ອາຊຽນ ໄດ້ ແລະພວມບັນລຸໄດ້ບັນດາບາດກ້າວໜ້າທີ່ດີຢ່າງຕັ້ງໜ້າໃນການເຈລະຈາ ແລະຮ່ວມມື.

ເມື່ອແບ່ງປັນການຕີລາຄາຂອງທ່ານ ຫຼີຊຽນຫຼົງ, ບັນດາການນໍາອາຊຽນຖືວ່າ, ດ້ວຍການບໍລິຫານຢ່າງມີປະສິດທິຜົນຂອງສິງກະໂປ, ປະທານອາຊຽນປີ 2018, ການຮ່ວມມື ແລະຮ່ວມສໍາພັນອາຊຽນໃນປີຈະບັນລຸໄດ້ບັນດາບາດກ້າວຢ່າງຕັ້ງໜ້າທີ່ສຸດ. ຄຽງຂ້າງນັ້ນ, ບັນດາການນໍາອາຊຽນ ກໍ່ຍົກອອກບັນດາສິ່ງທ້າທາຍ ເຊິ່ງອາຊຽນຕ້ອງປະເຊີນໜ້າ, ທັງບັນດາການຜັນແປທີ່ສັບສົນຂອງສະພາບແວດລ້ອມສາກົນ, ພາກພື້ນ. ບັນດາປະເທດລ້ວນແຕ່ເຫັນດີເປັນເອກະພາບນຳກັນວ່າອາຊຽນຄວນສືບຕໍ່ ບັນດາຄວາມມານະພະຍາຍາມສ້າງສະພາບແວດລ້ອມສະດວກໃຫ້ບັນດາຄວາມມານະພະຍາຍາມເຈລະຈາ, ຮ່ວມມື ແລະສ້າງຄວາມໄວ້ເນື້ອເຊື່ອໃຈ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ແລະບັນດາຫົວໜ້າຄະນະຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ,  ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າບົນພື້ນຖານທ່າສະດວກທີ່ບັນລຸໄດ້ໃນປີ 2018, ດ້ວຍຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງນັ້ນອາຊຽນຄວນສືບຕໍ່ໄດ້ຮັບການຍູ້ແຮງໃນຊຸມປີຕໍ່ໆໄປ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ກໍ່ແບ່ງປັນບັນດາຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບການເຊື່ອມຕໍ່ຖານຂໍ້ມູນດີຈິຕອນ, ຄວາມກົມກຽວດ້ານຄ່າບໍລິການໂທລະສັບມືຖື, ສ້າງຕັ້ງມະຫາວິທະຍາໄລເຕັກໂນໂລຢີອາຊຽນ...

ສິ້ນສຸດວາລະປະຊຸມ, ບັນດາການນໍາອາຊຽນຊົມເຊີຍ ແລະຕີລາຄາສູງເລື່ອງ ສິງກະໂປໄດ້ດໍາລົງຕໍາແໜ່ງເປັນປະທານອາຊຽນປີ 2018 ປະສົບຜົນສໍາເລັດ ແລະໃຫ້ຮູ້ວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນໄທ, ເປັນປະເທດປະທານຕໍ່ໄປຂອງອາຊຽນປີ 2019 ໃນການຫັນບັນດາເປົ້າໝາຍສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ, ສາມັກຄີ ແລະຮ່ວມສໍາພັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ປະກົດຜົນເປັນຈິງ.

ໂດຍ: ທະນາພອນ