ທີ່ກອງປະຊຸມ, ການນໍາອົງການພຸດທະສາສະໜາ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຢືນຢັນວ່າ ອົງການພຸດທະສາສະໜາ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຄວນເພີ່ມທະວີການຮ່ວມມືມິດຕະພາບ, ສົມທົບກັນແໜ້ນແຟ້ນໃນວຽກງານພຸດທະສາສະໜາ, ພົບປະແລກປ່ຽນແບ່ງປັນບົດຮຽນໃນທຸກຂົງເຂດເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະເຂົ້າຮ່ວມແກ້ໄຂບັນດາບັນຫາທົ່ວໂລກ  ເພື່ອແນໃສ່ນໍາມາເຊິ່ງຄວາມໝັ້ນຄົງ ແລະຄວາມສົມບູນພູນສຸກ, ສັນຕິພາບ, ວັດທະນາຖາວອນໃຫ້ພາກພື້ນ ແລະໂລກ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ບົນຈິດໃຈນັ້ນ, ການນໍາອົງການພຸດທະສາສະໜາ 3 ປະເທດ ເຫັນດີເປັນເອກະສັນເພີ່ມທະວີການປັບປຸງ ແລະພັດທະນານໍ້າໃຈສາມັກຄີ, ປອງດອງໃນພຸດທະສາສະນິກະຊົນ 3 ປະເທດ; ພ້ອມທັງສຶກສາອົບຮົມກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບແບບພິເສດລະຫວ່າງປະຊາຄົມພຸດທະສາສະນິກະຊົນ ແລະປະຊາຊົນ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຮັກຫອມສັນຕິພາບ ແລະພັດທະນາຢ່າງກົມກຽວລະຫວ່າງ 3 ປະເທດ.

ໂດຍ: ທູຈາງ