ທີ່ພິທີປິດ, ທ່ານ Dodi Ruswandi ລັດຖະມົນຕີກະຊວງຄວບຄຸມໄພພິບັດ ອິນໂດເນເຊຍ ໄດ້ຕີລາຄາສູງຄວາມຮັບຜິດຊອບຂອງບັນດາປະເທດໃນການປະຕິບັດສັນຍາອາຊຽນ ກ່ຽວກັບການຄວບຄຸມໄພພິບັດ (AADMER);  ພ້ອມທັງເນັ້ນໜັກວ່າບັນດາກົນໄກເຄື່ອນໄຫວທີ່ບັນດາປະເທດເຫັນດີເປັນເອກະພາບໃນການປະຕິບັດແມ່ນພື້ນຖານເພື່ອຈັດຕັ້ງ ARDEX-18 ເປັນຢ່າງດີ. ຜ່ານນັ້ນ, ບັນດາປະເທດຖອດຖອນໄດ້ບົດຮຽນຫຼາຍຢ່າງທີ່ມີຄວາມໝາຍອັນໃຫຍ່ຫຼວງໃນການລະດົມແຫຼ່ງກຳລັງຂອງປະຊາຄົມອາຊຽນ ໃຫ້ແກ່ການຮັບມືກັບໄພພິບັດ.

leftcenterrightdel
ຄະນະກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ARDEX-18. ພາບ: phongchongthientai.vn.

ຄະນະກະຊວງປ້ອງກັນປະເທດຫວຽດນາມເຂົ້າຮ່ວມການຝຶກແອບໄດ້ສຳເລັດໜ້າທີ່. ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ທີ່ ARDEX-18 ໄດ້ຮັບການຕີລາຄາສູງຈາກປະເທດເຈົ້າພາບ ອິນໂດເນເຊຍ ແລະບັນດາປະເທດສະມາຊິກອາຊຽນ. ນີ້ກໍ່ແມ່ນບາດກ້າວກະກຽມຂອງຫວຽດນາມ ເພື່ອກຽມພ້ອມໃນການຜັນຂະຫຍາຍກຳລັງໜູນຊ່ວຍບັນດາປະເທດໃນພາກພື້ນ.

ໂດຍ: ແສງເດືອນ