ເຂົ້າຮ່ວມລາຍການພົບປະແລກປ່ຽນມີ: ທ່ານ ເລັດ ໄຊຍະພອນ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອັດຕະປື, ສປປ ລາວ; ທ່ານ ຄຳເຜີຍ ບຸດດາວວຽງ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ, ສປປ ລາວ; ທ່ານ Thoong Savun ເຈົ້າແຂວງໆ Ratanakiri, ລາຊະອານາຈັກກໍາປູເຈຍ; ທ່ານ ຫງວຽນວັນຮວ່າ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກອນຕູມ; ທ່ານພົນຈັດຕະວາ ຫງວຽນວັນນາມ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ.

leftcenterrightdel
ລາຍການສະແດງສິລະປະທີ່ງານພົບປະແລກປ່ຽນ. ພາບ: ຫງວຽນແອງເຊີນ.

ລາຍການໄດ້ຈັດຕັ້ງໃນລະຫວ່າງວັນທີ 2-3 ພະຈິກ ດ້ວຍບັນດາເນື້ອໃນ, ຄື: ໂອ້ລົມສົນທະນາລະຫວ່າງການນໍາອໍານາດການປົກຄອງ, ກໍາລັງປ້ອງກັນຊາຍແດນ; ພິທີເຄົາລົບຫຼັກໝາຍ; ຈັດຕັ້ງການລາດຕະເວນຮ່ວມ...

leftcenterrightdel
ຜູ້ຕາງໜ້າການນໍາ 4 ແຂວງ: ກອນຕູມ, ເຊກອງ, ອັດຕະປື ແລະ Ratanakiri ພົບປະແລກປ່ຽນ. ພາບ: ຫງວຽນແອງເຊີນ.
leftcenterrightdel
ການນໍາແຂວງກອນຕູມ ມອບຂອງຂວັນເປັນທີ່ລະນຶກໃຫ້ 3 ແຂວງ: ເຊກອງ, ອັດຕະປື ແລະ Ratanakiri. ພາບ: ຫງວຽນແອງເຊີນ.

ເຫດການແນໃສ່ເພີ່ມທະວີສາຍພົວພັນສາມັກຄີ, ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືພ້ອມກັນພັດທະນາລະຫວ່າງ 3 ປະເທດ ຫວຽດນາມ, ລາວ, ກໍາປູເຈຍ ເວົ້າລວມ ແລະ 4 ແຂວງ: ກອນຕູມ, ເຊກອງ, ອັດຕະປື ແລະ Ratanakiri  ເວົ້າສະເພາະ, ພ້ອມທັງມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (3-3-1959 / 3-3-2019) ແລະ 30 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3-3-1989 / 3-3-2019).

ໂດຍ: ບົວພອນ