ຄະ­ນະ​ຜູ້​ແທນ​ລາວນຳ​ໂດຍ​ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ­ຖະ­ມົນ­ຕີກະ­ຊວງ​ຖະ­ແຫຼງ​ຂ່າວວັດ­ທະ­ນະ­ທຳ ແລະທ່ອງ​ທ່ຽວແຫ່ງ ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ແຂກ​ກິດ​ຕິ​ມະ​ສັກຂຶ້ນ​ກ່າວ​ມີ​ຄຳ​ເຫັນ​ຕໍ່​ພິ­ທີ​ເປີດ​ງານ​ວາງ­ສະ­ແດງ​ການ­ທ່ອງ­ທ່ຽວ​ຈີນ-ອາ​ຊຽນ ຊຶ່ງ​ໄດ້​ຍົກ​ໃຫ້​ເຫັນ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ­ຖະ­ບານ ສປປ ລາວ ໂດຍ​ຖື​ເອົາ​ວຽກ​ງານ​ທ່ອງ​ທ່ຽວເປັນ​ຂະ­ແໜງ­ການ​ບຸ­ລິ­ມະ­ສິດ​ໜຶ່ງ​ທີ່​ສຳ­ຄັນ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຊາດ.

leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ລັດ­ຖະ­ບານ ສປປ ລາວ ໄດ້​ປະ­ກາດ​ໃຫ້​ປີ 2018 ເປັນ​ປີ​ທ່ອງ​ທ່ຽວ​ລາວ ຈຳ­ນວນ​ນັກ​ທ່ອງ​ທ່ຽວ​ກໍ່​ໄດ້​ເພີ່ມ​ຂຶ້ນ ໃນ 6 ເດືອນ​ຕົ້ນ​ປີ​ນີ້ ນັກ​ທ່ອງ​ທ່ຽວ​ສາ­ກົນມາ​ທ່ຽວ​ລາວ 2 ລ້ານ​ກວ່າ​ຄົນເພີ່ມ​ຂຶ້ນ 6% ຖ້າ​ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ 2017 ໃນ​ນັ້ນນັກ​ທ່ອງ​ທ່ຽວ​ຈີນ ເຂົ້າ​ມາ​ທ່ຽວ​ລາວ 4 ແສນ​ກວ່າ​ຄົນ ເພີ່ມ​ຂຶ້ນ 50% ສຳ­ລັບ​ປີ 2019 ຈະ​ຈັດ​ຕັ້ງ​ສົ່ງ­ເສີມ​ປີ​ທ່ອງ​ທ່ຽວ​ລາວ-ຈີນ ພວກ​ເຮົາ​ວາງ​ຄາດ­ໝາຍ​ສູ້​ຊົນ​ໄວ້​ວ່າ ປີ 2019 ຈະ​ໄດ້​ຕ້ອນ­ຮັບ​ນັກ​ທ່ອງ​ທ່ຽວ​ຈີນ ປະ­ມານ 1 ລ້ານ​ຄົນ ສະ­ນັ້ນກໍ່​ຂໍ​ເຊີນ­ຊວນ​ບັນ­ດາ​ນັກ​ທ່ອງ​ທ່ຽວ​ຈີນ ກໍ່​ຄື ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ໂລກ​ມາ​ທ່ຽວ​ປະ­ເທດ​ລາວ.

ນອກ​ນັ້ນຄະ­ນະ​ຜູ້​ແທນ​ລາວ ຍັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ສຳ​ມະ​ນາ​ໃນ​ຫົວ­ຂໍ້ກອງ​ປະ­ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ­ທ່ອງ­ທ່ຽວອະ­ນາຄົດ​ຂອງ​ການ­ທ່ອງ­ທ່ຽວໄປ​ສູ່​ປີ 2030 “The Future of Tourism Road to 2030” ຊຶ່ງ​ຈັດ​ຂຶ້ນ​ໂດຍ​ກະ­ຊວງ​ວັດ­ທະ­ນະ­ທຳ ແລະທ່ອງ​ທ່ຽວ ສປ ຈີນ ຮ່ວມ​ກັບ​ອົງ​ການ­ທ່ອງ­ທ່ຽວ​ໂລກ (UNWTO) ແລະສະ­ມາ­ຄົມ​ການ­ທ່ອງ­ທ່ຽວ​ພາກ​ພື້ນ​ອາ­ຊີ-ປາ​ຊີ​ຟິກ (PATA) ກອງ​ປະ­ຊຸມ​ດັ່ງ­ກ່າວ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳ­ຄັນຂອງ​ວຽກ​ງານ​ພັດ­ທະ­ນາ​ຜະ­ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ມີ​ຄຸ­ນະ­ພາບ ບັນ­ຫາ​ສິ່ງ­ແວ­ດລ້ອມບຸກ​ຄະ­ລາ​ກອນ​ການ­ທ່ອງ­ທ່ຽວ ແລະເຕັກ​ໂນ​ໂລ​ຊີ ຕື່ມ​ອີກ.

ໂດຍ: ວຽງຈັນໃໝ່