ສ່ວນຄະນະຜູ້ແທນຝ່າຍລາວນຳໂດຍທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນລາວ, ພ້ອມດ້ວຍຄະນະເຂົ້າຮ່ວມ.

ພາຍໃຕ້ການເປັນປະທານກອງປະຊຸມດັ່ງກ່າວນີ້, ໂດຍທ່ານ Desmond Lee ລັດຖະມົນຕີພັດທະນາສັງຄົມ ແລະສະຖານບັນຄອບຄົວປະເທດສິງກະໂປ. ກ່ອນກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20 ໄດ້ຈັດກອງປະຊຸມວົງແຄບ ຄັ້ງທີ 2 ຂອງ ລັດຖະມົນຕີສະພາວັດທະນະທຳສັງຄົມອາຊຽນ ກ່ຽວກັບແຜນ​ແມ່​ບົດ​ອາ​ຊຽນ 2025: ການ​ເຊື່ອມ​ສານ​ສິດ​ທິ​ຂອງ​ຄົນ​ພິ​ການ. ແຜນວຽກດັ່ງກ່າວນີ້, ໄດ້ຖືກນຳສະເໜີໂດຍເພື່ອຫາລືສະເພາະກ່ຽວກັບການສືບຕໍ່ການຮ່ວມມືກັນ ແລະ ຄົ້ນຄວ້າບັນດານະໂຍບາຍຍຸດທະສາດ ແລະກິດຈະກຳຈັດຕັ້ງຕົວຈິງຕ່າງໆ ເພື່ອຜັນຂະຫຍາຍໄດ້ເອກະສານດັ່ງກ່າວ ທີ່ຈະຖືກຮັບຮອງໂດຍບັນດາຜູ້ນຳອາຊຽນ ທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ໃນເດືອນພະຈິກ, ປະເທດສິງກະໂປ.

leftcenterrightdel
ກອງປະຊຸມລັດຖະມົນຕີປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20. ພາບ:kpl.gov.la

ຫລັງຈາກນັ້ນ, ບັນດາລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ກໍ່ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20 ເພື່ອຮັບຟັງລາຍງານກ່ຽວກັບການຈັດຕັ້ງວຽກງານຂອງບັນດາຂະແຫນງການພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ແລະຮັບຊາບວຽກງານບຸລິມະສິດພາຍໃຕ້ການເປັນປະທານອາຊຽນຂອງສິງກະໂປ 2018: ວິໄສທັດຜູ້ນຳອາຊຽນວ່າດ້ວຍອາຊຽນເຂັ້ມແຂງ ແລະທັນສະໃໝ, ແລະເຄືອຄ່າຍເມືອງທັນສະໄໝອາຊຽນ “ASEAN Leaders’ Vision for a Resilient and Innovative ASEAN and the ASEAN Smart Cities Network” ກອງປະຊຸມ ຄັ້ງທີ 20 ດັ່ງກ່າວ, ໄດ້ເຫັນດີຮັບຮອງເອົາບັນດາເອກະສານຕ່າງໆ ເພື່ອສະເໜີໃຫ້ບັນດາຜູ້ນຳອາຊຽນຮັບຮອງ ແລະຮັບຊາບໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ຕື່ມອີກ.

ເນື້ອໃນ: ຂປລ