ທ່ານ ດັ້ງດິ່ງກຸ້ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ, ເອກອັກຄະລັດຖະທູດ ນໍາໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດໄດ້ແລກປ່ຽນເລື່ອງບັນດາປະເທດອາຊຽນສະໜັບສະໜູນເຊິ່ງກັນ ແລະກັນ ສະໝັກເລືອກຕັ້ງເຂົ້າຕໍາແໜ່ງຕ່າງໆ ຢູ່ສປຊ ແລະບັນດາອົງການຈັດຕັ້ງສາກົນອື່ນໆ; ຢັ້ງຢືນວ່ານີ້ແມ່ນປະກົດການແຫ່ງຄວາມສາມັກຄີໃນອາຊຽນ ແລະກໍ່ແມ່ນບາດກ້າວຍູ້ແຮງວິວັດທະນາການກໍ່ສ້າງປະຊາຄົມ, ໂຄສະນາຮູບພາບຂອງອາຊຽນໃນເວທີສາກົນ.

leftcenterrightdel
ທ່ານ ດັ້ງດິ່ງກຸ້ຍ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍໍານັກຂ່າວສານຫວຽດນາມ.

ກອງປະຊຸມໄດ້ເຫັນດີເປັນເອກະສັນວ່າ, ອາຊຽນຈະສ້າງຫຼັກໝັ້ນລວມກ່ຽວກັບໂຄງປະກອບພາກພື້ນ, ເປັນຕົ້ນແມ່ນໃນການປະພຶດຕໍ່ກັບບັນດາແນວຄວາມຄິດ,  ຂໍ້ລິ້ເລີ່ມ, ຍຸດທະສາດໃໝ່ ເຊິ່ງພວມສະເໜີໃນພາກພື້ນ.

ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ້ຍ ເນັ້ນໜັກວ່າ, ຄວາມສາມັກຄີ ແລະຄວາມເປັນເອກະພາບໃນອາຊຽນແມ່ນປັດໄຈຫຼັກແຫຼ່ງຊ່ວຍຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ອາຊຽນ ຄວນນໍາໜ້າໃນການຮັກສາ, ປັບປຸງການພົບປະເຈລະຈາ ແລະການຮ່ວມມືກັບປະເທດຕ່າງໆໂດຍຜ່ານການເຊີດຊູບັນດາຫຼັກການພື້ນຖານ ຄື: ລະງັບໃຈ, ຫຼີກລ້ຽງບັນດາການກະທໍາຝ່າຍດຽວເຮັດໃຫ້ສະພາບການສັບສົນ, ເຄົາລົບກົດໝາຍສາກົນ ແລະມຸ່ງໄປເຖິງສ້າງໂຄງປະກອບພາກພື້ນທີ່ເຄື່ອນໄຫວຕາມລະບຽບກົດໝາຍ.

ໃນວັນດຽວກັນ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ກໍ່ໄດ້ຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສປຊ.

ໂດຍ: ທູຈາງ