ຂົງເຂດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ

ເມື່ອເວົ້າເຖິງອາຊຽນ, ຫຼາຍຄົນເຄີຍຄິດເຖິງບັນດາແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ແມ່ນໂຮງງານຜະລິດໜຶ່ງຂອງໂລກ. ເຖິງຢ່າງໃດກໍ່ຕາມ, ໃນກະແສຟອງການປະຕິວັດອຸດສາຫະກຳຄັ້ງທີ 4, ຄວາມກ້າວໜ້າຂອງວິທະຍາສາດເຕັກນິກ. ຕາມທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລ້ວ, ເຕັກໂນໂລຊີສູງ ແລະພື້ນຖານເສດຖະກິດດີຈີຕອນໃໝ່ແມ່ນຂົງເຂດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງອາຊຽນ, ດ້ວຍການຄາດຄະເນວ່າຈະເພີ່ມຂຶ້ນທົບ 4 ເທົ່າ, ຂຶ້ນເຖິງກວ່າ 200 ຕື້ໂດລາສະຫະລັດໃນປີ 2025.

leftcenterrightdel
ບັນດາຜູ້ແທນທີ່ວາລະປຶກສາຫາລື “ວິໄສທັດໃໝ່ໃຫ້ພາກພື້ນແມ່ຂອງ”. ພາບ: ຈ້ອງຫາຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຖືວ່າ, ການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້ອາຊຽນ ບັນດາເງື່ອນໄຂສະດວກທີ່ສຸດ. ທີໜຶ່ງແມ່ນການບຸກທະລຸກ່ຽວກັບສະມັດຕະພາບໃນ 5 ຂະແໜງອຸດສາຫະກຳໃຫຍ່: ເອເລັກໂຕນິກ, ເຄມີ ແລະນ້ຳມັນອາຍແກັສ, ສະບຽງອາຫານ ແລະການຢາ. ທີສອງແມ່ນການປະຕິວັດອຸດສາຫະກຳ 4.0 ກໍ່ຊຸກຍູ້ການເຕີບໂຕ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ທີສາມແມ່ນເສີມຂະຫຍາຍບົດບາດຂອງບັນດາວິສາຫະກິດຂະໜາດນ້ອຍ ແລະກາງ. ທີສີ່ແມ່ນກາລະໂອກາດ “ເດີນທາງລັດ” ໃນນະໂຍບາຍຫັນເປັນອຸດສາຫະກຳ. “ອາຊຽນ ສາມາດຜ່ານຜ່າບັນດາໄລຍະພັດທະນາອຸດສາຫະກໍາທີ່ເປັນມູນເຊື້ອດ້ວຍວິທີພັດທະນາພູມປັນຍາທຽມ, ໂຣບົດ, ເຮືອບິນບໍ່ມີຄົນຂັບ, ອຸປະກອນດາວທຽມ... ເພື່ອຍົກສູງສະມັດຕະພາບ, ນຳໃຊ້ແຫຼ່ງກຳລັງ ແລະຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ”.

ເຖິງຢ່າງໃດກໍ່ຕາມ, ບັນດາສິ່ງທ້າທາຍເຊິ່ງການປະຕິວັດອຸດສາຫະກຳ 4.0 ວາງອອກສຳລັບອາຊຽນ ກໍ່ບໍ່ແມ່ນໜ້ອຍ. ສິ່ງທີ່ຮັບຮູ້ຢ່າງງ່າຍດາຍທີ່ສຸດແມ່ນໄພວ່າງງານ. ຕາມອົງການແຮງງານສາກົນ (ILO) ແລ້ວ, 56% ຜູ້ອອກແຮງງານຢູ່ 5 ປະເທດອາຊຽນ (ກຳປູເຈຍ, ອິນໂດເນເຊຍ, ຟິລິບປິນ, ໄທ ແລະຫວຽດນາມ) ຈະຕ້ອງປະເຊີນໜ້າກັບໄພວ່າງງານຍ້ອນການນຳໃຊ້ເຕັກນິກແບບອັດຕະໂນມັດໃນໄລຍະຈະມາເຖິງ.

ຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະສິ່ງທ້າທາຍຄືດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາປະເທດອາຊຽນ ປະຕິບັດການເຊື່ອມຕໍ່ດີຈີຕອນເພື່ອແບ່ງປັນຂໍ້ມູນເປັນຢ່າງດີ, ເສີມຂະຫຍາຍຄວາມເກັ່ງກ້າສາມາດ, ສ້າງຕັ້ງເຄືອຂ່າຍການສຶກສາອາຊຽນ ແລະລະບົບການຮ່ຳຮຽນຕະຫຼອດຊີວິດ... “ໃນສະພາວະການປະຕິວັດອຸດສາຫະກຳ 4.0 ແຜ່ຂະຫຍາຍ, ສະພາບແວດລ້ອມຢູ່ພາກພື້ນ ແລະທົ່ວໂລກມີການແກ່ງແຍ້ງຢ່າງຂ້ຽວຂາດ, ພວກເຮົາຄວນຮ່ວມແຮງຮ່ວມໃຈ, ຮ່ວມມືກັນ, ເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍກຳລັງແຮງພາຍໃນເພື່ອກໍ່ສ້າງອາຊຽນແຫ່ງສັນຕິພາບ, ສະຖຽນລະພາບ ແລະເປັນເຈົ້າຕົນເອງ. ອາຊຽນກຳລັງ ແລະຈະສືບຕໍ່ມານະພະຍາຍາມຢັ້ງຢືນບົດບາດເປັນໃຈກາງຢູ່ພາກພື້ນພ້ອມກັບບັນດາຄູ່ຮ່ວມມືຮັກສາສັນຕິພາບ, ສະຖຽນລະພາບ.

ແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ

ດ້ວຍປະຊາກອນກວ່າ 640 ລ້ານຄົນ, ກວມເອົາ 8,5% ປະຊາກອນໂລກ, ຂອບຂະໜາດເສດຖະກິດປີ 2017 ກວ່າ 2.760 ຕື້ໂດລາສະຫະລັດ, ປະຈຸບັນອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ທີສາມຢູ່ທະວີບອາຊີ ແລະທີຫ້າຂອງໂລກ. ຕາມທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ ແລ້ວ, ອາຊຽນໄດ້ຄາດຄະເນຈະກາຍເປັນພື້ນຖານເສດຖະກິດໃຫຍ່່ທີສີ່ຂອງໂລກໃນປີ 2030. “ຂອບຂະໜາດເສດຖະກິດ, ກຳລັງແຮງງານໜຸ່ມ, ການພັດທະນາຂອງເສດຖະກິດດີຈີຕອນແມ່ນບັນດາເງື່ອນໄຂສະດວກໃຫ້ອາຊຽນ ຢືນຢູ່ຕໍ່ໜ້າກະແສຟອງການປະຕິວັດອຸດສາຫະກຳ 4.0. ຂ້າພະເຈົ້າມີຄວາມປະເອີບໃຈກ່ຽວກັບອະນາຄົດຂອງອາຊຽນ ຍ້ອນບັນດາທ່າແຮງດັ່ງກ່າວ ແລະພວກເຮົາຄວນກຳແໜ້ນເພື່ອນຳເອົາຜົນປະໂຫຍດໃຫ້ທັງໝົດບັນດາປະເທດ ແລະປະຊາຊົນ”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ເນັ້ນໜັກວ່າ, ອາຊຽນແມ່ນ “ບ້ານໃກ້ເຮືອນຄຽງ ແລະແມ່ນຄູ່ຮ່ວມມື” ໃນຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຂອງ ຈີນ, ທ່ານ Hu Chunhua ຮອງນາຍົກລັດຖະມົນຕີສປ ຈີນ ຢືນຢັນວ່າ, ເລື່ອງເພີ່ມທະວີການຮ່ວມມືກັບອາຊຽນແມ່ນບຸລິມະສິດຕົ້ນຕໍຂອງປັກກິ່ງ. ຕາມທ່ານແລ້ວ, “ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບອາຊຽນ ເພື່ອພ້ອມກັນກຳແໜ້ນກາລະໂອກາດ ກໍ່ຄື ຮັບມືກັບບັນດາສິ່ງທ້າທາຍເຊິ່ງການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້ບົນພື້ນຖານນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກຄົນ”.

ຍົກສູງທີ່ຕັ້ງຂອງອາຊຽນ

ດ້ວຍຫົວຂໍ້ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະການປະຕິວັດອຸດສາຫະກຳ 4.0”, ກອງປະຊຸມ WEF ອາຊຽນ 2018 ແມ່ນເວທີປາໄສທີ່ມີອິດທິພົນຊື່ສຽງເພື່ອໃຫ້ບັນດາການນຳ ແລະປະຊາຄົມວິສາຫະກິດຢູ່ພາຍໃນ ແລະນອກພາກພື້ນຮັບຮູ້, ຕີລາຄາຖືກຂອບຂະໜາດ ແລະຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0 ສໍາລັບບັນດາປະເທດອາຊຽນ ແລະພາກພື້ນ, ພິເສດແມ່ນການກະທົບເຖິງວິສາຫະກິດ ແລະປະຊາຊົນ. ບົນພື້ນຖານດັ່ງກ່າວ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ,  ທ່ານ ສຈ. Klaus Schwab, ຜູ້ສ້າງຕັ້ງທັງເປັນປະທານບໍລິຫານ WEF ແລະທ່ານ Prajin Juntong ຮອງນາຍົກລັດຖະມົນຕີ ໄທ ພ້ອມກັນຖືວ່າ, ເພື່ອມີການກຳນົດທິດໃຫ້ສຳເລັດໃນການປະຕິວັດອຸດສາຫະກຳ 4.0 ຮຽກຮ້ອງໃຫ້ລັດຖະບານບັນດາປະເທດອາຊຽນ ຄວນສ້າງເງື່ອນໄຂສະດວກໃຫ້ບັນດາບໍລິສັດເລີ່ມທຸລະກິດ ກໍ່ຄື ບັນດາວິສາຫະກິດຂະໜາດກາງ ແລະນ້ອຍ.  ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໃຫ້ຂໍ້ສັງເກດວ່າ, ຄວນມີບັນດາກົນໄກທີ່ເໝາະສົມເພື່ອໃຫ້ບັນດາວິສາຫະກິດມີຄວາມສາມາດຮັບມືເອງໃນເງື່ອນໄຂທີ່ມີການແກ່ງແຍ້ງໃໝ່, ເພື່ອໃຫ້ພາກພື້ນອາຊຽນ ຮ່ວມກັນພັດທະນາ”.

ໃນຂະນະນັ້ນ, ທ່ານ Hun Sen ນາຍົກລັດຖະມົນຕີກຳປູເຈຍ ແລະທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ກໍ່ຮຽກຮ້ອງໃຫ້ອາຊຽນ ພ້ອມກັນສ້າງອະນາຄົດໃຫ້ເປັນຮູບປະທຳຢ່າງດີງາມໃຫ້ແກ່ໝົດທຸກຄົນດ້ວຍການຖືເອົາຄົນເປັນໃຈກາງ, ການປະຕິວັດອຸດສາຫະກຳ 4.0 ບໍ່ພຽງແຕ່ຕິດພັນກັບໄວໜຸ່ມເທົ່ານັ້ນ, ຫາກຍັງຕິດພັນກັບໝົດທຸກຄົນອີກດ້ວຍ.

ໂດຍ: ສົມເພັດ