ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກກ່ຽວກັບອາຊຽນປີ 2018 ແມ່ນກາລະໂອກາດເພື່ອຊຸກຍູ້ບັນດາຄູ່ຮ່ວມມືເພີ່ມທະວີການຮ່ວມມືກັບຫວຽດນາມ, ບັນດາກຸ່ມບໍລິສັດແຖວໜ້າຂອງໂລກທີ່ມີກໍາລັງແຮງບົ່ມຊ້ອນດ້ານການເງິນ, ເຕັກໂນໂລຢີ ແລະຕະຫຼາດມີຄວາມເອົາໃຈໃສ່, ເພີ່ມທະວີການລົງທຶນເຂົ້າຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າໃນການເປີດກວ້າງຕະຫຼາດ, ຍາດແຍ່ງແຫຼ່ງທຶນທີ່ມີຄຸນນະພາບ, ເຕັກໂນໂລຢີທັນສະໄໝຮັບໃຊ້ວິວັດທະນາການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະປ່ຽນແປງໃໝ່ຮູບແບບການເຕີບໂຕ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ. ພາບ: baochinhphu.vn.

ໂດຍແມ່ນປະເທດເຈົ້າພາບ ແລະຮ່ວມຈັດຕັ້ງກອງປະຊຸມ WEF ASEAN, ຫວຽດນາມ ສ້າງໄດ້ຂີດໝາຍເມື່ອນໍາບັນຫາການປະຕິວັດອຸດສາຫະກໍາຄັ້ງທີ 4 ເຂົ້າເນື້ອໃນຫົວຂໍ້ຂອງກອງປະຊຸມກໍ່ຄືນຳຫຼາຍບັນຫາຂອງຫວຽດນາມ ແລະບັນດາປະເທດອາຊຽນເອົາໃຈໃສ່ເຂົ້າເນື້ອໃນການປຶກສາຫາລືຂອງກອງປະຊຸມຄືການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ພື້ນຖານໂຄງລ່າງ ແລະຕົວເມືອງສະຫຼາດ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ກະສິກໍາເຕັກໂນໂລຢີສູງ...

leftcenterrightdel
 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ WEF ASEAN 2018. ພາບ: baochinhphu.vn.

ນີ້ແມ່ນຫົວຂໍ້ແທດຈິງທີ່ສຸດຕອບສະໜອງຄວາມເອົາໃຈໃສ່ລວມຂອງບັນດາປະເທດອາຊຽນ, ດ້ວຍຫຼາຍປະເທດໃນໂລກ ແລະພິເສດແມ່ນກັບຫວຽດນາມ, ພ້ອມທັງກໍ່ສະໜິດຕິດພັນດ້ວຍຫົວຂໍ້ຂອງອາຊຽນປີນີ້ແມ່ນກໍ່ສ້າງປະຊາຄົມອາຊຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງມີຫົວຄິດປະດິດສ້າງ. ກອງປະຊຸມ WEF ASEAN 2018 ຈະແມ່ນກາລະໂອກາດດີທີ່ສຸດເພື່ອໃຫ້ບັນດາຝ່າຍສາມາດພົບປະແບ່ງປັນບົດຮຽນກໍ່ຄືກະກຽມດີທີ່ສຸດ ເພື່ອກ້າວເຂົ້າສູ່ການປະຕິວັດອຸດສາຫະກໍາ 4.0 ຢ່າງມີປະສິດທິຜົນ.

 

ໂດຍ: ເຈິ່ນຮວ່ຽນ