ໜັງສືພິມດັ່ງກ່າວໄດ້ຊີ້ແຈ້ງວ່າ WEF ASEAN ແມ່ນກອງປະຊຸມຖືກຈັດຂຶ້ນທຸກປີ, ດ້ວຍການເຂົ້າຮ່ວມຂອງບັນດາການນໍາຂັ້ນສູງຂອງລັດ, ບັນດາວິສາຫະກິດໃນທົ່ວໂລກ, ບັນດານັກວາງແຜນນະໂຍບາຍສັງກັດຂະແໜງອຸດສາຫະກໍາ, ບັນດາອົງການຈັດຕັ້ງສາກົນ ແລະບັນດານັກຊ່ຽວຊານແຖວໜ້າໃນໂລກ. WEF ASEAN 2018 ຈະແລກປ່ຽນຄໍາຄິດຄໍາເຫັນ ແລະວິໄສທັດກ່ຽວກັບຫົວຂໍ້:  “ອາຊຽນ 4.0: ການປະກອບທຸລະກິດ ແລະການປະຕິວັດອຸດສາຫະກໍາຄັ້ງທີ 4”, ກ່ຽວກັບການຮ່ວມມືລະຫວ່າງພາກລັດ ແລະເອກະຊົນໃນການພັດທະນາເສດຖະກິດ-ສັງຄົມຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ  ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມໜັງສືພິມດັ່ງກ່າວ, ໃນຂອບເຂດເຂົ້າຮ່ວມກອງປະຊຸມ WEF ASEAN 2018, ທ່ານ ທອງລຸນ ສີສຸລິດ ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະບັນດາການນໍາອື່ນຂອງຫວຽດນາມ. ນອກຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ຈະມີການພົບປະກັບທ່ານປະທານບໍລິຫານເວທີປຶກສາຫາລືເສດຖະກິດໂລກ ແລະບັນດາບໍລິສັດສາກົນຈໍານວນໜຶ່ງທີ່ມີການລົງທຶນຢູ່ລາວ.

 

ໂດຍ: ເຈິ່ນຮວ່ຽນ