ໃນໂອກາດດັ່ງກ່າວ, ທ່ານ ​ເນ​ກິ​ຊິ ກ່າວ​ວ່າ:  ​ໂຄງ​ການ​ດັ່ງ​ກ່າວ, ຈະ​ຊ່ວຍ​ບັນດາ​ຊາວ​ກະສິກອນ  ​ແລະບັນດາ​ຜູ້​ປະ​ກອບການ​ທຸລະ​ກິດ​ກະສິກຳ​ໃນ​ການ​ປັບປຸງ​ລະບົບ​ຕ່ອງ​ໂສ້ການ​ຜະລິດ​ກະສິກຳທີ່​ຮອງ​ຮັບ​ກັບ​ສະພາບ​ແລດ​ລ້ອມຢ່າງ​ຖືກຕ້ອງ ​ແລະຍືນ​ຍົງ,  ເຊິ່ງ​ໂຄງການ​ນີ້ແມ່ນ​ຄວາມ​ພະຍາຍາມ​ທີ່​ມີ​ຮ່ວມ​ກັນລະຫວ່າງລັດຖະບານ​ຂອງ ສປປ ລາວ ​ແລະ ​ເອດີ​ບີ  ທີ່​ຈະ​ຮັບ​ມື​ຕໍ່ກັບ​ບັນຫາ​ດັ່ງກ່າວ​ໃຫ້​ປະກົດ​ຜົນ​ເປັນ​ຈິງ  ​ແລະ​ເພື່ອ​ຫັນ​ການ​ຜະລິດ​ກະສິກຳ​ໃຫ້​ເປັນ​ສິນຄ້າ,  ມີ​ຄວາມ​ຍືນ​ຍົງ ​ແລະສອດຄ່ອງ​ຕໍ່ກັບ​ສະພາບ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ. ​ໂຄງການ​ດັ່ງກ່າວ​ນີ້, ຍັງ​ຈະ​ຊ່ວຍ​ສ້າງສະມັດ​ຕະພາບຂອງ​ການ​ຜະລິດ​ພືດ​ສິນຄ້າ,  ສ້າງ​ຜະລິດ​ຕະພັນ​ກະສິກຳ​ໃຫ້​ມີ​ຄວາມຫລາກຫລາຍ  ​ແລະເພີ່ມ​ທະວີ​ຄວາມ​ສອດຄ່ອງຕໍ່ສະພາບ​ແວດ​ລ້ອມ​ໃນ ສປປ ລາວ  ​ໃນ​ການ​ສົ່ງ​ເສີມ​ການ​ນຳ​ໃຊ້​ຝຸ່ນ​ຊີວະ​ພາບ  ​ແລະການ​ເຮັດ​ກະສິກຳ​ອິນ​ຊີ  ​ພ້ອມ​ທັງ​ການ​ແຈກ​ຍາຍ​ແນວ​ພັນ​ພືດ​ສິນຄ້າຫລາກຫລາຍຊະນິດ​ທີ່​ທົນ​ຕໍ່ສະພາບ​ນ້ຳຖ້ວມ ​ແລະແຫ້ງ​ແລ້ງ.  ພ້ອມນັ້ນ, ໂຄງການ​ຍັງ​ຈະ​ສະໜັບສະໜູນການ​ສ້າງ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ໃນ​ຂະ​ແໜງກະສິກຳ​,  ໂດຍ​ຜ່ານ​ຮູບ​ແບບ​ການ​ລົງທຶນ​ຮ່ວມລະຫວ່າງ​ພາກ​ລັດ  ​ແລະພາກ​ເອກະ​ຊົນ,  ການ​ເຮັດ​ສັນຍາ​ຜູກ​ພັນ​ສອງ​ສົ້ນ  ​ແລະການ​ສ້າງຕັ້ງກຸ່ມ​ການ​ລົງທຶນ​ຮ່ວມເພື່ອ​ຜະລິດ​ກະ​ສິກຳ​ເປັນ​ສິນຄ້າ.

leftcenterrightdel
ພາບປະກອບຈາກ: kpl.gov.la.

ທ່ານ ​ເນ​ກິ​ຊິ ໃຫ້ຮູ້ຕື່ມວ່າ:  ຕາມການຄາດ​ຄະ​ເນ​ປະຊາຊົນ​ຢ່າງໜ້ອຍ  1 ​ແສ​ນຄົນ ຫລື 20 ພັນ​ຄອບຄົວໃນ​ລາວ  ຈະ​ໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ດັ່ງກ່າວ,  ​ເຊິ່ງຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າມີ​ລາຍ​ຮັບ​ເພີ່ມ​ຂຶ້ນຢ່າງໜ້ອຍ 30%  ​ແລະທັງ​ສົ່ງ​ເສີມ​ການ​ຮ່ວມມື​ ​ແລະການ​ເຊື່ອມ​ໂຍງໃນ​ອານຸພາກພື້ນ​ແມ່​ນ້ຳຂອງໂດຍ​ການ​ເປັນ​ເອກະ​ພາບ​ກັນທາງ​ດ້ານ​ມາດຕະຖານ​ຄຸນ​ນະພາ​ບ,  ຄວາມ​ປອດ​ໄພ ​ແລະສະໜັບສະໜູນບັນດາ​ຂໍ້​ຕົກລົງ​ຕ່າງໆກັບ​​ການ​ຄ້າ​ແນວ​ພັນ​ອານຸພາກພື້ນ​ແມ່ນ້ຳຂອງ.

ຂໍ້​ລິ​ເລີ່​ມດັ່ງກ່າວ​ແມ່ນ​ສອດຄ່ອງ​ກັບ​ແຜນ​ຍຸດ​ທະ​ສາດຂອງ​ລັດຖະບານ​ໃນ​ການ​ພັດທະນາ​ກະສິກຳ​ຮອດປີ 2025 ​ເຊິ່ງ​ແຜນ​ຍຸດ​ທະ​ສາດ​ດັ່ງກ່າວ​ໄດ້​ແນ່​ໃສ່​ເພື່ອ​ສົ່ງ​ເສີມ​ລະບົບ​ຕ່ອງ​ໂສ້​ຂອງ​ການ​ຜະລິດ​ເຂົ້າ​ໃນ​ບັນດາ​ແຂວງ​ເປົ້າໝາຍ  ​ເຊັ່ນ: ​ແຂວງ​ຄຳ​ມ່ວນ, ສາລະ​ວັນ  ​ແລະແຂວງສະຫວັນ​ນະ​ເຂດ.  ພ້ອມ​ນັ້ນ, ກໍ່​ແນ່​ໃສ່​ການ​ສົ່ງ​ເສີມ​ລະບົບ​ຕ່ອງ​ໂສ້​ການ​ຜະລິດ​ພືດ​ສິນຄ້າ​ກະສິກຳ  ​ໃນ​ນະຄອນຫລວງວຽງຈັນ, ​ແຂວງ​ຈຳປາ​ສັກ  ​ແລະແຂວງ​ເຊ​ກອງ ສິ່ງ​ດັ່ງກ່າວ​ນີ້ຈະຊ່ວຍ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍການ​ຜະ​ລິດ​ ພືດສິນຄ້າ​ກະສິກຳ ​ແລະ​ເຂົ້າທີ່​ມີ​ຄຸນ​ນະພາ​ບ​ເພື່ອ​ສົ່ງ​ຂາຍ​ທັງ​ຕະຫລາດພາຍ​ໃນ ​ແລະຕ່າງປະ​ເທດ.

ຂ່າວ: ຫລ້າ