ກອງປະຊຸມໂດຍທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ, ຫົວໜ້າຄະນະຈັດຕັ້ງເປັນປະທານ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງ, ເຊິ່ງແມ່ນສະມາຊິກຄະນະຈັດຕັ້ງ, ບັນດາອະນຸກໍາມະການ ແລະຄະນະເລຂາທີ່ສັງກັດ.

leftcenterrightdel
ກອງປະຊຸມຄັ້ງທີ 5 ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ. ພາບ: BNG.

ບົນພື້ນຖານການຕີລາຄາສະພາບການຜັນຂະຫຍາຍ, ຫົວໜ້າຄະນະຈັດຕັ້ງໄດ້ສະເໜີບັນດາສະມາຊິກຄະນະຈັດຕັ້ງ, ບັນດາອະນຸກໍາມະການທີ່ຮີບເຮັ່ງປະຕິບັດສໍາເລັດວຽກງານກະກຽມຈັດຕັ້ງກອງປະຊຸມ WEF ອາຊຽນ ໃນທຸກເນື້ອໃນ... ກອງປະຊຸມກໍ່ພິຈາລະນາ ແລະເຫັນດີເປັນເອກະພາບຕໍ່ບັນດາມາດຕະການແກ້ໄຂສິ່ງທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກເພື່ອແນໃສ່ຮັບປະກັນການຈັດຕັ້ງກອງປະຊຸມໃຫ້ປະສົບຜົນສຳເລັດ.

ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ, ບັນດາອະນຸກໍາມະການ ແລະສະມາຊິກຄະນະຈັດຕັ້ງຄວນມານະພະຍາຍາມຈົນສຸດຄວາມສາມາດເພື່ອປະຕິບັດສໍາເລັດທຸກວຽກງານດ້ວຍຄຸນນະພາບສູງສຸດ, ຮັບປະກັນໃຫ້ຖືກກັບເວລາທີ່ໄດ້ວາງອອກ.

 

ໂດຍ: ເກື່ອງດັ້ງ