ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ ໄດ້ຫວນຄືນວິວັດແຫ່ງການກໍາເນີດ ແລະເຕີບໃຫຍ່ຂອງອາຊຽນ ພ້ອມທັງເນັ້ນໜັກວ່າພາກພື້ນນີ້ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດທີ່ໃຫຍ່ຫຼວງດ້ວຍຕະຫຼາດມີພົນລະເມືອງກວ່າ 630 ລ້ານຄົນ. ການເຕີບໂຕ GDP ຂອງພາກພື້ນບັນລຸໂດຍສະເລ່ຍ 5,4% ໃນຊຸມປີມໍ່ໆມານີ້... ອາຊຽນ ກໍ່ໄດ້ຮັບການຄາດຄະເນວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ທີ 4 ໃນໂລກໃນປີ 2030, ຖັດຈາກ ອາເມລິກາ, ຈີນ ແລະເອີລົບ.

leftcenterrightdel
ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. 

ທ່ານ ຫຼີຊຽນຫຼົງ ເນັ້ນໜັກວ່າການຮ່ວມມືດ້ານເສດຖະກິດໃນພາກພື້ນ ແລະການເຊື່ອມໂຍງແມ່ນຂໍກະແຈເພື່ອໃຫ້ອາຊຽນ ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຂອງຕົນ, ໃນນັ້ນລວມມີການປະຕິບັດແຜນການລະອຽດຂອງປະຊາຄົມເສດຖະກິດອາຊຽນ (AEC) 2025 ...

leftcenterrightdel
ທ່ານ Chan Chun Sing ລັດຖະມົນຕີກະຊວງການຄ້າ ແລະອຸດສາຫະກໍາສິງກະໂປ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ເຖິງຢ່າງໃດກໍ່ຕາມ, ທ່ານ ຫຼີຊຽນຫຼົງ ກໍ່ຖືວ່າ, ອາຊຽນ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ແມ່ນໜ້ອຍຄືຄວາມເຄັ່ງຕຶງການຄ້າລະຫວ່າງ ອາເມລິກາ ແລະບັນດາຄູ່ຮ່ວມມືໄດ້ກໍ່ຄວາມກົດດັນບໍ່ແມ່ນໜ້ອຍຕໍ່ລະບົບການຄ້າຫຼາຍຝ່າຍໂດຍອີງໃສ່ຫຼັກການ...

ໃນສະຖານະການນັ້ນ, ທ່ານ ຫຼີຊຽນຫຼົງ ຖືວ່າສະມາຊິກທັງໝົດຕ້ອງສາມັກຄີ ແລະສູ້ຊົນເພື່ອຮັກສາຄວາມສະໜິດຕິດພັນ, ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສາມາດມຸ່ງໄປເຖິງການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນເສດຖະກິດ ກໍ່ຄື ຊຸກຍູ້ກະແສການຄ້າ ແລະການລົງທຶນ.

ເຊິ່ງແມ່ນປະທານ AEM 50, ທ່ານ Chan Chun Sing ລັດຖະມົນຕີກະຊວງການຄ້າ ແລະອຸດສາຫະກໍາສິງກະໂປ ໃຫ້ຮູ້ວ່າ, ບັນດາການນໍາອາຊຽນ ພວມຊຸກຍູ້ບາງຂໍ້ລິເລີ່ມເພື່ອແນໃສ່ເພີ່ມທະວີການຮ່ວມມືພາກພື້ນກວ່າອີກ, ລາຍລະອຽດແມ່ນໃນບັນດາຂົງເຂດຄືການຕໍ່ດີຈີຕອນ, ການຜ່ານດ່ານຊາຍແດນ ແລະການທ່ອງທ່ຽວ.

 

ໂດຍ: ເກື່ອງດັ້ງ