ທ່າ​ນ ບົວ​ລິດ ປະທຸມ​ທອງ, ຮອງ​ຫົວໜ້າ​ກົມ​ຂົນ​ສົ່ງກະຊວງ​ໂຍທາທິການ ​ແລະຂົນ​ສົ່ງ ກ່າວ​ວ່າ: ປັດຈຸບັນ​ໂລກ​ກຳລັງ​ປະ​ເຊີນ​ກັບວິ​ກິດ​ການ​ໄພ​ທຳ​ມະ​ຊາດ ກໍ​ຄື ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດເຮັດ​ໃຫ້​ມີ​ຝົນຕົກ​ຫຼາຍ​ຂຶ້ນ  ​ແລະອາກາດ​ຮ້ອນ​ຫຼາຍ​ຂຶ້ນອັນ​ເນື່ອງ​ມາ​ຈາກ​ພາວະ​ໂລກ​ຮ້ອນ  ບວກ​ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ​ໂລກທີ່​ມີ​ການ​ຊົ​ມ​ໃຊ້​ຍານພາຫະນະ​ຢ່າງ​ຫຼວງຫຼາຍ. ຂະ​ແໜງຂົນ​ສົ່ງ​ກໍ​ເປັນໜຶ່ງ​ໃນ​ການ​ປ່ອຍ​ມົນ​ລະ​ພິດ​ອາຍ​ເສຍ  ຂຶ້ນ​ສູ່​ຊັ້ນບັນຍາກາດຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ການ​ພັດທະນາ  ​ແລະ ຊອກ​ຫາ​ວິທີ​ການ​ຕ່າງໆເພື່ອ​ປັບປຸງ​ຂະ​ແໜງຂົນ​ສົ່ງ​ໃຫ້​ມີ​ຄວາມ​ຍືນ​ຍົງ​ໂດຍ​ສະ​ເພາະ​ການ​ພັດທະນາ​ເຕັກ​ໂນ​ໂລຢີຍານພາຫະນະ​ທີ່​ນຳ​ໃຊ້​ພະລັງງານ​ສະອາດ  ​ແລະເປັນ​ມິດຕໍ່ສິ່ງ​ແວດ​ລ້ອມ.  ຢ່າງ​ໃດ​ກໍ​ຕາມ​ໃນ​ປີ 2012 ລັດຖະບານ​ລາວ ໄດ້​ມີ​ການ​ຮ່ວມ​ມື​ກັບ​ອົງການ​ຈັດ​ຕັ້ງ​ສາກົນສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ລະບົບຂົນ​ສົ່ງ​ມົນ​ລະ​ພິດ​ຕ່ຳຢູ່​ລາວ  ​ໂດຍ​ການ​ນຳ​ໃຊ້​ລົດ​ຕຸກໆ​ໄຟຟ້າ​ເຂົ້າ​ໃນ​ການ​ຂົນ​ສົ່ງ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວຢູ່ເທດສະບານ​​ໃນ​ໄລຍະ​ນັ້ນ​ເຊິ່ງ​ເຫັນ​​ໄດ້ວ່າ​ມີ​ຜົນ​ດີ ​ແລະ​ໄດ້​ມີ​​ການ​ສົມທຽບການ​ຫຼຸດຜ່ອນ​ມົນ​ລະ​ພິດ ​​​CO2 ຈາກພາຫະນະ​ທົ່ວ​ໄປໄດ້​ເຖິງ 851 ໂຕນ  ​ແລະສາມາດ​ຫຼຸດຜ່ອນ​ການ​ເຂົ້າ​ນ້ຳມັນໄດ້ 390.000 ລິດພາຍ​ໃນ​ໄລຍະ 2 ປີ.

leftcenterrightdel
ທ່າ​ນ ບົວ​ລິດ ປະທຸມ​ທອງ ກ່າວຄໍາເຫັນທີ່ກອງ​ປະຊຸມສໍາ​ມະ​ນາ​. ພາບ:ເກດສະໜາ.
leftcenterrightdel
ບັນຍາກາດທີ່ກອງ​ປະຊຸມສໍາ​ມະ​ນາ​. ພາບ:ເກດສະໜາ.

ທ່ານຮອງ​ຫົວໜ້າ​ກົມ​ຂົນ​ສົ່ງກະຊວງ​ໂຍທາທິການ  ​ແລະຂົນ​ສົ່ງລະບຸ​ຕື່ມ​ວ່າ: ຖ້າ​ລັດຖະບານໃຫ້ການສະ​ໜັບສະ​ໜູນດ້ານ​ນະ​ໂຍບາຍ  ​ແລະກໍານົດ​ເປົ້າໝາຍ​ຢ່າງ​ຊັດ​ເຈນ​ກໍຈະ​ກາຍ​ເປັນ​ແຮງ​ຊຸກຍູ້ໃຫ້​ທົ່ວ​ສັງຄົມ​ຫັນ​ມາ​ນໍາ​ໃຊ້ຍານ​ພາຫະນະທີ່​ແລ່ນ​ດ້ວຍ​ພະລັງງານ​ໄຟຟ້າ​​ໂດຍໄວ  ​ແລະຈະມີ​ການ​ຂະຫຍາຍຕົວ​ຢ່າງ​ກ້າວ​ກະ​ໂດດ​ເຊິ່ງຈະ​ສ້າງ​ຜົນ​ດີ​​ໃນດ້ານເສດຖະກິດ-ສັງຄົມ  ​ແລະສິ່ງ​ແວດ​ລ້ອມ​ທີ່​ດີ​ເປັນ​ຕົ້ນຈະຫຼຸດຜ່ອນ​ການ​ນໍາ​ເຂົ້າ​ນໍ້າມັນ​ເຊື້ອ​ໄຟ​ຈາກ​ຕ່າງ​ປະ​ເທດ ​ແລະສາມາດ​ເພິ່ງ​ພາ​ໂຕ​ເອງ​ໃນ​ດ້ານ​ພະລັງງານ​ເພາະສປປ ລາວ ​ມີ​ທ່າ​ແຮງ​ໃນ​ການ​ຜະລິດ​ໄຟຟ້າ​ດ້ວຍ​ຕົນ​ເອງ. ​ສະ​ນັ້ນ, ຈຶ່ງ​ຄວນຫັນທິດ​ທາງ ​ແລະນະ​ໂຍບາຍສົ່ງ​ເສີມ​ການ​ນໍາ​ໃຊ້​ພະລັງງານ​ສະອາດກໍ​ຄີລົດ​ໄຟຟ້າ EV ​ເພື່ອ​ໃຫ້​ທັນ​ກັບ​ສະພາບ​ການ​ຂອງ​ໂລກໃນ​ການ​ປ່ຽນ​ແປງ​ເຕັກ​ໂນ​ໂລຢີຂອງ​ຍານພາຫະນະ​ເຊິ່ງມາ​ຮອດ​ປັດຈຸບັນມີ​ບາງ​ປະ​ເທດ​ໃນ​ໂລກ​ໄດ້​ກຳນົດ​ຍຸດ​ທະ​ສາດ ​ເພື່ອຫຼຸດໜ້ອຍຖອຍ​ລົງ​ການ​ໃຊ້​ລົດ​ທີ່​ໃຊ້​ພະລັງງານ​ເຊື້ອ​ໄຟຮອດ​ປີ 2021. ການ​ນຳ​ໃຊ້ຍານພາຫະນະ​ດ້ວຍ​ພະລັງງານ​ສະອາດຍັງຈະ​ເປັນ​ການ​ແບ່ງ​ເບົາ​ພາລະ​ຄ່າ​ໃຊ້​ຈ່າຍ​ໃຫ້​ກັບ​ປະຊາຊົນຖືກລົງ​ເພາະລົດ​ທີ່​ແລ່ນ​ດ້ວຍ​ພະລັງງານໄຟຟ້າ​ຈະ​ມີ​ປະສິດ​ຕິ​ຜົນ​ສູງ​ກວ່າ​ລົດ​ທີ່​ແລ່ນ​ດ້ວຍ​ນໍ້າມັນ​ເຊື້ອ​ໄຟ.

 

ໂດຍ: ວິ​ໄລ​ສັກ