ປະຈຸບັນ, ທັງໝົດ 6 ປະເທດພວມຕັ້ງໜ້າເຂົ້າຮ່ວມການຮ່ວມມືຢູ່ພາກພື້ນ, ດຶງດູດການລົງທຶນຈາກຕ່າງປະເທດ, ພັດທະນາພື້ນຖານໂຄງລ່າງເພື່ອຮັດແຄບໄລຍະຫ່າງກັບບັນດາປະເທດພັດທະນາ, ໃນສະພາບການນັ້ນ, ເລື່ອງຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດແຄມແມ່ນ້ຳຂອງ-ຫຼານກາງ ເຂົ້າສູ່ລວງເລິກນັ້ນພວມແມ່ນຄວາມຕ້ອງການທີ່ຈຳເປັນຂອງແຕ່ລະປະເທດ.

leftcenterrightdel
ບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມຂັ້ນສູງຮ່ວມມືແມ່ນ້ຳຂອງ-ຫຼານກາງ (MLC)   ຄັ້ງທີ 2 ໄດ້ຈັດຕັ້ງຢູ່ກຳປູເຈຍ ໃນວັນທີ 10 ມັງກອນ ປີ 2018. ພາບ: ສຳນັກຂ່າວສານຫວຽດນາມ.

ການຮ່ວມມືແມ່ນ້ຳຂອງ-ຫຼານກາງແມ່ນກົນໄກການຮ່ວມມືເຊິ່ງ 6 ປະເທດ ຢູ່ຍ່ານເໜືອ, ຍ່ານໃຕ້ຂອງແມ່ນ້ຳຮ່ວມກັນຜັນຂະຫຍາຍ, ບັນລຸໄດ້ໝາກຜົນຫຼາຍຢ່າງນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ. ວັນທີ 23 ມີນາ 2016, ເພື່ອປະຕິບັດຂໍ້ລິເລີ່ມການຮ່ວມມືແມ່ນ້ຳຂອງ-ຫຼານກາງ, ບັນດາການນຳຂອງຈີນ ແລະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 17, ຈີນ ແລະ 5 ປະເທດຢູ່ພາກພື້ນແມ່ນ້ຳຂອງໄດ້ຈັດຕັ້ງກອງປະຊຸມບັນດາການນຳຄັ້ງທຳອິດທີ່ແຂວງໄຫໜານ (ຈີນ) ແລະອອກຖະແຫຼງການຮ່ວມຕາມອ໋າ, ຮ່ວມກັນກໍ່ສ້າງກົນໄກຮ່ວມມືແມ່ນ້ຳຂອງ-ຫຼານກາງ. ວັນທີ 10 ມັງກອນ 2018, ເນື່ອງໃນໂອກາດວັນສ້າງຕັ້ງກົນໄກຄົບຮອບ 2 ປີ, ບັນດາການນຳຂອງ 6 ປະເທດ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2, ເພື່ອຕີລາຄາບັນດາຜົນງານທີ່ບັນລຸໄດ້ໃນກົນໄກຮ່ວມມືນີ້.

ປັດໄຈຊຸກຍູ້ການຮ່ວມມື

ການຮ່ວມມືແມ່ນ້ຳຂອງ-ຫຼານກາງແມ່ນພາກສ່ວນອົງປະກອບຢ່າງຕັ້ງໜ້າທີ່ສຸດຂອງການພົວພັນຈີນ-ອາຊຽນ, ແມ່ນມາດຕະຖານສຳຄັນເພື່ອນຳການພົວພັນລະຫວ່າງຈີນ ແລະບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງຂຶ້ນສູ່ລະດັບສູງໃໝ່. ການຮ່ວມມືແມ່ນ້ຳຂອງ-ຫຼານກາງ ພັດທະນາໄວຄືດັ່ງກ່າວແມ່ນຍ້ອນມີກຳລັງໜູນພາຍໃນຢ່າງແຮງ. ໄທແມ່ນປະເທດທຳອິດທີ່ຍົກອອກແນວຄວາມຄິດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ-ຫຼານກາງ ໃນປີ 2012 ແລະຈີນ ໄດ້ມີປະຕິກິລິຍາຢ່າງຕັ້ງໜ້າ. ຫຼັງຈາກນັ້ນ, ກອງປະຊຸມຂັ້ນສູງອາຊຽນ-ຈີນ ໄດ້ຢັ້ງຢືນຫຼາຍເທ່ືອວ່າຈະສະໜັບສະໜູນກົນໄກການຮ່ວມມືແມ່ນ້ຳຂອງ-ຫຼານກາງ.

ການຮ່ວມມືແມ່ນ້ຳຂອງ-ຫຼານກາງ ແມ່ນເຂດເສດຖະກິດຂ້າມຊາດ, ຕາມນັ້ນ, ບັນດາຝ່າຍເສີມຂະຫຍາຍທ່າໄດ້ປຽບຂອງຕົນ, ປະຕິບັດການຍົກສູງກຳລັງຄວາມສາມາດແກ່ງແຍ້ງສັງລວມຂອງບັນດາຂະແໜງອາຊີບ. ປະຈຸບັນ, ຈີນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 2 ແລະແມ່ນປະເທດນຳເຂົ້າໃຫຍ່ທີ 3 ຂອງລາວ. ກ່ຽວກັບການສົ່ງອອກ, ຈີນແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງມຽນມາ, ທີ 2 ຂອງລາວ ແລະໄທ, ແມ່ນຕະຫຼາດສົ່ງອອກໃຫຍ່ທີ 3 ຂອງຫວຽດນາມ ແລະທີ 6 ຂອງກຳປູເຈຍ.

ເມື່ອທຽບໃສ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ອື່ນ, ບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານເຊິ່ງຈີນ ແລະບັນດາປະເທດແຄມແມ່ນ້ຳຂອງຕ້ອງປະເຊີນໜ້າມີລັກສະນະພິເສດສະເພາະ ຄື: ສະພາບການຂອງອາດຊະຍາກຳຂ້າມຊາດ, ຄົນເຂົ້າມາຕັ້ງຖິ່ນຖານຜິດກົດໝາຍ... ຕ້ອງມີການຮ່ວມມືເພື່ອພ້ອມກັນຮັບມື.

ມີສອງກົນໄກຫຼາຍຝ່າຍທີ່ສຳຄັນຢູ່ອ່າງແມ່ນ້ຳຂອງ: ຄະນະກຳມາທິການແມ່ນ້ຳຂອງ (MRC)  ແລະການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS). ນັບແຕ່ວັນສ້າງຕັ້ງມາຮອດປະຈຸບັນ, ສອງກົນໄກນີ້ໄດ້ສວມບົດບາດເປັນເຈົ້າພາທາງໃນການຊຸກຍູ້ການຮ່ວມມືພາກພື້ນ.

ກະແສນ້ຳແຫ່ງອະນາຄົດ

ກໍ່ຄືກັນກັບບັນດາກົນໄກອື່ນ, ການຮ່ວມມືແມ່ນ້ຳຂອງ-ຫຼານກາງ ກໍ່ມີບັນດາຄວາມຫຍຸ້ງຍາກຕ້ອງສືບຕໍ່ຜ່ານຜ່າ. ເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະທ່າພັດທະນາແຮງ, ການຮ່ວມມືແມ່ນ້ຳຂອງ-ຫຼານກາງໃນໄລຍະຈະມາເຖິງຕ້ອງສຸມໃສ່ເຂົ້າບາງຈຸດດັ່ງລຸມນີ້:

ທີໜຶ່ງ, ບັນດາປະເທດທີ່ອີງໃສ່ອ່າງແມ່ນ້ຳຂອງ-ຫຼານກາງ ຕ້ອງປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນກ່ຽວກັບດ້ານການເມືອງ, ເພີ່ມທະວີການເຊື່ອມຕໍ່, ສ້າງການພົວພັນຄູ່ຮ່ວມມືຢ່າງມີຄວາມສະເໝີພາບ.

ທີສອງແມ່ນ, ມອບສິດໃຫ້ກົນໄກ. ບົດຮຽນຈາກ MRC, ກົນໄກ GMS ໄດ້ຊີ້ໃຫ້ເຫັນວ່າພະລັງຊີວິດຂອງກົນໄກພາກພື້ນໄດ້ຕັດສິນຍ້ອນລະດັບການມອບສິດຢູ່ບັນດາປະເທດ. ການຮ່ວມມືແມ່ນ້້ຳຂອງ-ຫຼານກາງ ດ້ວຍຖານະແມ່ນອົງການຈັດຕັ້ງຂອງອະນຸພາກພື້ນ, ຕ້ອງປັບປຸງເປົ້າໝາຍ, ຂັ້ນຕອນ, ໝາກຜົນການຮ່ວມມືຜ່ານບັນດາຮູບການຄືປະກາດໃຊ້ບັນດາມະຕິ, ເອກະສານນິຕິກຳກ່ຽວຂ້ອງເພື່ອແນໃສ່ຍົກສູງອິດທິພົນຊື່ສຽງ, ເປີດກວ້າງຜົນສະທ້ອນໃນການຮ່ວມມືພາກພື້ນ.

ທີສາມ, ສ້າງກຳລັງຄວາມສາມາດ. ບັນດາປະເທດໃນອ່າງແມ່ນ້ຳຂອງມີລະບອບການເມືອງ, ລະບົບກົດໝາຍ, ລະບົບການເມືອງກໍຄືກຳລັງຄວາມສາມາດພັດທະນາທີ່ແຕກຕ່າງກັນ.

ທີສີ່, ການສົມທົບພາຍໃນ ແລະພາຍນອກ, ຮ່ວມກັນພັດທະນາແບບຍືນຍົງ, ປະຈຸບັນພາກພື້ນນີ້ໄດ້ມີບັນດາປະເພດກົນໄກຮ່ວມມື, ນອກຈາກ MRC, GMS ແລ້້ວ, ຍັງມີກົນໄກຮ່ວມມືພັດທະນາອາຊຽນ-ແມ່ນ້ຳຂອງ (AMBDC), ລາຍການກະທຳຢູ່ຍ່ານໃຕ້ແມ່ນ້ຳຂອງໂດຍອາເມລິກາ ເລີ່ມຕົ້ນເຄື່ອນໄຫວ, ເຈລະຈາຂັ້ນສູງແມ່ນ້ຳຂອງ-ຍີ່ປຸ່ນ, ການຮ່ວມມືແມ່ນ້ຳຄົງຄາ-ອ່າງແມ່ນ້ຳຂອງໂດຍອິນເດຍ ລິເລີ່ມ, ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ-ສ.ເກົາຫຼີ... ບັນດາກົນໄກເຫຼົ່ານີ້ໂດຍບັນດາປະເທດ ແລະອົງການຈັດຕັ້ງສາກົນແຕກຕ່າງກັນໄດ້ສວມບົດບາດເປັນເຈົ້າພາທາງ, ທັງຮ່ວມມື ແລະທັງແກ່ງແຍ້ງກັນ. ການຮ່ວມມືແມ່ນ້ຳຂອງ-ຫຼານກາງ ຕ້ອງໄດ້ສົມທົບກັບບັນດາກົນໄກຂອງອະນຸພາກພື້ນ.

ທີ່ຫ້າແມ່ນ, ເພີ່ມທະວີການຮ່ວມມືຈີນ-ອາຊຽນ, ການຮ່ວມມືແມ່ນ້ຳຂອງ-ຫຼານກາງ ແລະບັນດາອົງການຈັດຕັ້ງອະນຸພາກພື້ນອື່ນ. ຜ່ານການສ້າງການພົວພັນຮ່ວມມືກັບ MRC, GMS...,  ການຮ່ວມມືແມ່ນ້ຳຂອງ-ຫຼານກາງ ຕ້ອງໄດ້ປະສານງານກ່ຽວກັບສາຍພົວພັນລະຫວ່າງບັນດາຝ່າຍຢ່າງມີປະສິດທິຜົນ.

ສຸດທ້າຍແມ່ນກໍ່ສ້າງລະບົບນິເວດວິທະຍາ, ພັດທະນາຂຽວ.  ນີ້ແມ່ນກຳລັງໜູນເພື່ອພັດທະນາແບບຍືນຍົງ.

 

ໂດຍ: ແສງເດືອນ