ການຮ່ວມມືກັບອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ເຂົ້າຮ່ວມອາຊຽນໃນວັນທີ 28 ກໍລະກົດ 1995, ໃນ 23 ປີຜ່ານມາ, ຫວຽດນາມພ້ອມກັບບັນດາປະເທດສະມາຊິກຂອງອາຊຽນ ຍາມໃດກໍ່ສາມັກຄີ, ຍູ້ແຮງການຮ່ວມມື ແລະຮ່ວມແຮງຮ່ວມໃຈສ້າງສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ອາຊີຕາເວັນອອກສ່ຽງໃຕ້.

ຫວຽດນາມ ປະຕິບັດພິທີຊັກທຸງອາຊຽນຂຶ້ນເທິງເສົາແນໃສ່ສະແດງຄວາມຕັດສິນໃຈປະກອບສ່ວນເຂົ້າໃນການກໍ່ສ້າງ ແລະພັດທະນາປະຊາຄົມອາຊຽນ, ຄຽງຂ້າງນັ້ນ, ການເຄື່ອນໄຫວນີ້ເພື່ອແນໃສ່ເພີ່ມທະວີການໂຄສະນາເຜີຍແຜ່ພາບພົດອາຊຽນ ແລະປະຊາຄົມອາຊຽນໃນປະຊາຄົມສາກົນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີຊັກທຸງຂຶ້ນເທິງເສົາ. ພາບ: ຈ້ອງຫາຍ.
leftcenterrightdel
 
leftcenterrightdel
ກອງກຽດຕິຍົດດຳເນີນພິທີຊັກທຸງອາຊຽນຂຶ້ນເທິງເສົາຕໍ່ໜ້າການເປັນສັກຂີພິຍານຂອງບັນດາຜູ້ແທນເຂົ້າຮ່ວມ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: ຈ້ອງຫາຍ.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີຊັກທຸງຂຶ້ນເທິງເສົາ. ພາບ: ຈ້ອງຫາຍ.
leftcenterrightdel
ທຸງຂອງບັນດາປະເທດອາຊຽນຕໍ່ໜ້າສຳນັກງານກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ້ອງຫາຍ.

ໂດຍ: ແສງເດືອນ