ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບີ່ງມີງ ຢືນຢັນວ່າ, ຫວຽດນາມ ໄດ້ ແລະຈະສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືອາຊຽນ+3, ຕັ້ງໜ້າປັບປຸງ ແລະເສີມຂະຫຍາຍບົດບາດຂອງກົນໄກອາຊຽນ+3 ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນອາຊີຕາເວັນອອກ.

leftcenterrightdel
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ+3 ຄັ້ງທີ 19. ພາບ: vtv.vn. 

ກ່ຽວກັບສະພາບການສາກົນ ແລະພາກພື້ນ, ບັນດາລັດຖະມົນຕີໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາ ແລະຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ່ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS 1982)...

leftcenterrightdel
ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 8.  ພາບ: vtv.vn. 

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບີ່ງມີງ ສະເໜີ ARF ຄວນສືບຕໍ່ສຸມໃສ່ປະຕິບັດແຜນການກະທໍາຮ່າໂນ້ຍ ຢ່າງມີປະສິດທິຜົນ, ສືບຕໍ່ການປັບປຸງ, ປ່ຽນແປງໃໝ່ໃນແບບວິທີການເຄື່ອນໄຫວໃຫ້ເໝາະສົມກັບການຫັນປ່ຽນໃນສະພາບການພາກພື້ນ ແລະສາກົນ. ເນື່ອງໃນໂອກາດນີ້, ທ່ານ ຟ້າມບີ່ງມີງ ໄດ້ແຈ້ງໃຫ້ຊາບບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນການເປັນເຈົ້າພາບຈັດກອງປະຊຸມສໍາມະນາ ARF ຄັ້ງທີ 2 ກ່ຽວກັບ “ເພີ່ມທະວີການຮ່ວມມືລະຫວ່າງບັນດາກໍາລັງປະຕິບັດກົດໝາຍບົນທະເລ” ແລະກອງປະຊຸມສໍາມະນາ ARF ກ່ຽວກັບ “ການໝູນໃຊ້ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແລະບັນດາເຄື່ອງມືນິຕິກໍາສາກົນແນໃສ່ຮັບມືກັບບັນດາສິ່ງທ້າທາຍບົນທະເລ”.

leftcenterrightdel
ເວທີປາໄສພາກພື້ນອາຊຽນ (ARF) ຄັ້ງທີ 25 . ພາບ: vtv.vn. 

ວັນທີ 4 ສິງຫາ, ທ່ານ ຟ້າມບີ່ງມີງ ໄດ້ມີການພົບປະກັບທ່ານ Brunei Erywan Yusof ລັດຖະມົນຕີການຕ່າງປະເທດ ແລະການຄ້າບຣູໄນ,  ທ່ານ Alan Peter Cayetano ລັດຖະມົນຕີການຕ່າງປະເທດຟີລິບປິນ...

ແປໂດຍ: ເຈິ່ນຮວ່ຽນ