ຕອນບ່າຍວັນທີ 3 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂໍ້ລິເລີ່ມເຂດລຸ່ມແມ່ນໍ້າຂອງ (LMI) ຄັ້ງທີ 11 ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ, ອາເມລິກາ ແລະເລຂາທິການໃຫຍ່ອາຊຽນ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຢືນຢັນເຖິງບົດບາດຂອງການຮ່ວມມື LMI ແມ່ນກໍາລັງໜູນອັນສໍາຄັນຕໍ່ການເຊື່ອມຕໍ່, ເຊື່ອມໂຍງເສດຖະກິດ, ພັດທະນາແບບຍືນຍົງ ແລະຄຸ້ມຄອງບໍລິຫານທີ່ດີຢູ່ເຂດອະນຸພາກພື້ນແມ່ນາໍ້ຂອງ. ບັນດາລັດຖະມົນຕີ ຕີລາຄາສູງວິທີການສໍາຜັດສັງລວມຂອງການຮ່ວມມື LMI ຕໍ່ກັບການຮັບປະກັນຄວາມໝັ້ນຄົງດ້ານແຫຼ່ງຊັບພະຍາກອນນໍ້າ, ສະບຽງອາຫານ, ພະລັງງານ ແລະການແກ້ໄຂບັນດາສິ່ງທ້າທາຍທາງສິ່ງແວດລ້ອມ.

leftcenterrightdel
ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂໍ້ລິເລີ່ມເຂດລຸ່ມແມ່ນໍ້າຂອງ (LMI) ຄັ້ງທີ 11. ພາບ: infonet.vn

ເພື່ອເພີ່ມທະວີການຮ່ວມມືໃນ LMI ກວ່າອີກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື: (i) ເພີ່ມທະວີການຮ່ວມມືແບ່ງປັນບົດຮຽນຂອງອາເມລິກາ ທີ່ໜູນຊ່ວຍບັນດາປະເທດແມ່ນໍ້າຂອງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີທັກສະ ແລະຄົ້ນຄ້ວາພັດທະນາ; (ii) ຮ່ວມມືໃນການເພີ່ມສະມັດຕະພາບກະສິກໍາ, ຍົກສູງຄວາມສາມາດຮັບມືຂອງກະສິກໍາກັບການປ່ຽນແປງຂອງດິນຟ້າອາກາດ ແລະເປີດກວ້າງຕະຫຼາດປະເພດສິນໃນນໍ້າ; (iii) ສຸມໃສ່ຮ່ວມມືດ້ານຄວາມໝັ້ນຄົງທາງດ້ານແຫຼ່ງຊັບພະຍາກອນນໍ້າ, ພະລັງງານ ແລະສະບຽງອາຫານ, ພິເສດແມ່ນການຮ່ວມມືສະກັດກັ້ນ ແລະຫຼຸດຜ່ອນຄວາມສ່ຽງເກີດໄພພິບັດທາງທໍາມະຊາດ, ປົກປັກຮັກສາສິ່ງແວດລ້ອມ...

ກໍໃນຕອນເຊົ້າວັນທີ 3 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດອິນເດຍ Vijay Kumar Singh ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອິນເດຍ (PMC ASEAN+ອິນເດຍ)...

ແປໂດຍ: ຮວ່າງເຈື່ອງ