ກ່າວຄໍາເຫັນທີ່ກອງປະຊຸມລັດຖະມົນຕີອາຊຽນ-ຈີນ, ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ ຖະແຫຼງວ່ານີ້ແມ່ນ “ຂີດໝາຍສໍາຄັນ” ໃນວິິວັດທະນາການ COC, ນັບແຕ່ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ກ່ຽວກັບການປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ທີ່ດໍາເນີນຢູ່ຈີນ ໃນເດືອນມິຖຸນາ 2018.

leftcenterrightdel
ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ Vivian Balakrishnan, ນີ້ຈະແມ່ນເອກະສານພື້ນຖານໃຫ້ບັນດາການເຈລະຈາ COC ໃນອະນາຄົດ ແລະສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບຕໍ່ບັນດາແບບວິທີຕົ້ນຕໍໃຫ້ແກ່ບັນດາການເຈລະຈາ COC ໃນໄລຍະຈະມາເຖິງ. 

ທ່ານ Vivian Balakrishnan ໃຫ້ຮູ້ວ່າຈີນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຂອງອາຊຽນ ແລະທັງສອງຝ່າຍໄດ້ບັນລຸຜົນງານຫຼາຍຢ່າງໃນສາມປີຜ່ານມາ, ດ້ວຍການຮ່ວມມືປັບປຸງດ້ວຍບັນດາສາຍສຳພັນດ້ານເສດຖະກິດຢ່າງແຮງ.

ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ເນັ້ນໜັກວ່າວິວັດການຮ່ວມມືລະຫວ່າງສອງຝ່າຍພຽງແຕ່ອີງໃສ່ພື້ນຖານແຫ່ງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມກັນແກ້ໄຂບັນດາຄວາມແຕກຕ່າງກັນໂດຍສັນຕິວິທີ ແລະຕາມຈິດໃຈເຈດຕະນາດີ.

 

ແປໂດຍ: ທູຈາງ