ທີ່ການປະຊຸມ, ບັນດາປະເທດໄດ້ກວດກາຄືນ ແລະປະຕິບັດສໍາເລັດວຽກງານກະກຽມໃຫ້ກອງປະຊຸມ AMM-51 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ. ທີ່ກອງປະຊຸມ, ຫວຽດນາມ ຢ້ັ້ງຢືນວ່າຈະມານະພະຍາຍາມສົມທົບຢ່າງແໜ້ນແຟ້ນພ້ອມກັບບັນດາປະເທດສະມາຊິກປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມ AMM-51 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ; ຕັ້ງໜ້າສະໜັບສະໜູນການຜັນຂະຫຍາຍບັນດາຂໍ້ລິເລີ່ມຕາມຫົວເລື່ອງສ້າງອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງໂດຍປະທານ ສິງກະໂປ ສະເໜີ, ໃນນັ້ນ, ມີເຄືອຂ່າຍບັນດານະຄອນສະຫຼາດອາຊຽນ (ASCN).

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn.

ດ້ວຍບົດບາດເປັນປະເທດປະສານງານການພົວພັນເຈລະຈາອາຊຽນ-ອິນເດຍ, ຫວຽດນາມ ໄດ້ແລກປ່ຽນກັບບັນດາປະເທດອາຊຽນ ແລະເຫັນດີເປັນເອກະພາບຕໍ່ເນື້ອໃນກະກຽມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດ (PMC) ອາຊຽນ-ອິນເດຍ ເຊິ່ງຈະດໍາເນີນໃນວັນທີ 3 ສິງຫາ 2018. ຕາມແຜນການໝູນວຽນແລ້ວ, ຫວຽດນາມຈະມອບບົດບາດປະສານງານການພົວພັນເຈລະຈາ ອາຊຽນ-ອິນເດຍ ໃຫ້ປະເທດໄທ ແລະຮັບບົດບາດເປັນປະເທດປະສານງານການພົວພັນເຈລະຈາ ອາຊຽນ-ຍີ່ປຸ່ນ ນັບແຕ່ເດືອນ ສິງຫາ 2018 ເປັນຕົ້ນໄປ.

 

ແປໂດຍ: ດັ້ງເກື່ອງ