ກ່າວຄໍາເຫັນທີ່ກອງປະຊຸມເຈລະຈາ, ທ່ານ ຫງວຽນກວກຢຸງ ຫົວໜ້າຄະນະຜູ້ແທນຫວຽດນາມ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຖືວ່າໃນປັດຈຸບັນ, ບັນດາເສັ້ນທາງຂົນສົ່ງທາງທະເລຜ່ານ ອາຊຽນ ແລະອິນເດຍ ນັມມື້ນັບສວມບົດບາດຕົ້ນຕໍຂອງການຄ້າສາກົນ. ການຮ່ວມມືທາງທະເລໄດ້ເປີດກາລະໂອກາດຫຼາຍຢ່າງ, ແຕ່ກໍ່ມີບັນດາສິ່ງທ້າທາຍ ເຊິ່ງສອງຝ່າຍຕ້ອງຮ່ວມມືແກ້ໄຂ. ທ່ານ ຫງວຽນກວກຢຸງ ເນັ້ນໜັກວ່າ ການເຊື່ອມຕໍ່ທາງທະເລແມ່ນໜຶ່ງໃນບັນດາຂົງເຂດສໍາຄັນ ເຊິ່ງອາຊຽນ ແລະອິນເດຍ ຄວນໝູນໃຊ້ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງຝ່າຍກວ່າອີກ; ຕາມນັ້ນແລ້ວ, ສະເໜີສອງຝ່າຍຄວນມານະພະຍາຍາມເພື່ອອາດຈະສິ້ນສຸດການເຈລະຈາກ່ຽວກັບສັນຍາຂົນສົ່ງທາງທະເລລະຫວ່າງ ອາຊຽນ-ອິນເດຍ ໂດຍໄວ; ອາຊຽນ ແລະອິນເດຍ ຄວນຍູ້ແຮງການປັບປຸງ ແລະພັດທະນາພື້ນຖານໂຄງລ່າງທະເລ. ອະນຸລັກຮັກສາສິ່ງແວດລ້ອມທະເລໄປຄຽງຄູ່ກັບການພັດທະນາເສດຖະກິດກໍ່ຄວນໄດ້ເອົາໃຈໃສ່ເປັນພິເສດຍ້ອນຊັບພະຍາກອນທະເລບໍ່ແມ່ນວ່າຈະບໍ່ມີບ່ອນສິ້ນສຸດ.

leftcenterrightdel
ທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມເຈລະຈາ Delhi ຄັ້ງທີ 10. ພາບ: ສໍານັກຂ່າວສານຫວຽດນາມ.

ຫົວໜ້າຄະນະຜູ້ແທນຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ແລະອິນເດຍ ກໍ່ເນັ້ນໜັກເຖິງຄວາມຕ້ອງການຮັບປະກັນຄວາມສະຫງົບປອດໄພໃນການເດີນທະເລແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ ອາຊຽນ ແລະອິນເດຍ ພ້ອມກັນພັດທະນາເສດຖະກິດທະເລ... ບັນດາປະເທດຄວນຮັບປະກັນບັນດາຫຼັກການກ່ຽວກັບຄວາມເສລີໃນການເດີນທະເລ, ການບິນ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS), ພ້ອມທັງເພີ່ມທະວີການຮ່ວມມືແກ້ໄຂບັນດາສິ່ງທ້າທາຍຂ້າມຊາດ ຄື: ໂຈນສະລັດ, ການຄ້າມະນຸດ,  ອາວຸດ ແລະຢາເສບຕິດ.

ແປໂດຍ: ທູຈາງ