ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ​​ໄດ້​ລາຍ​ງານ​ໃຫ້​ຮູ້ ໃນ​ພິທີຖະແຫລງຂ່າວ ​​ເພື່ອລະດົມທຶນ​ເຂົ້າ​ໃນ​ການຝຶກຊ້ອມ ແລະເດີນທາງເຂົ້າຮ່ວມແຂ່ງຂັນດັ່ງກ່າວຂອງທິມຊາດລາວ ໃນ​ວັນທີ 18 ກໍລະກົດ 2018 ນີ້ວ່າ: ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ຄັ້ງ​ນີ້, ເປັນຄັ້ງທີ 10 ຂອງ ສປປ ລາວ ​ເຊິ່ງໄດ້ກຳນົດເອົາ 7 ສາຂາຊ່າງ ເຂົ້າຮ່ວມແຂ່ງຂັນ ຄື: ຊ່າງກໍ່, ຊ່າງປຸງແຕ່ງອາຫານ, ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງຈອດໂລຫະ, ຊ່າງຕັດຫຍິບເຄື່ອງນຸ່ງ, ຊ່າງອອກແບບກຣາຟິກ  ແລະຊ່າງໄມ້ເຄື່ອງເຮືອນ. ປັດຈຸບັນ ການກະກຽມຄວາມພ້ອມຂອງນັກແຂ່ງຂັນທີມຊາດລາວ ບາງສາຂາຊ່າງ ພວມດຳເນີນການຝຶກຊ້ອມໃຫ້ແກ່ນັກກິລາຂອງຕົນ, ໂດຍອີງໃສ່ຂໍ້ສະດວກພື້ນຖານ ແລະງົບປະມານສ່ວນໜຶ່ງຂອງເຂົາເຈົ້າເອງ,  ເຊິ່ງງົບປະມານທີ່ຕ້ອງການເພື່ອເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12 ຈຳນວນ 590 ລ້ານ​ກວ່າກີບ, ແຕ່ງົບປະມານຈາກການລົງທຶນຂອງລັດໃນວຽກງານແຂ່ງຂັນສີມືແຮງງານມີພຽງ 260 ລ້ານກີບ ເຊິ່ງໄດ້ກຳນົດການນຳໃຊ້ໃນ 2 ກິດຈະກຳ ຄື: ສົ່ງຄະນະຄູຝຶກ ແລະນັກແຂ່ງຂັນທີມຊາດລາວ ຈຳນວນ 6 ສາຂາວິຊາຊ່າງໄປຝຶກຊ້ອມທີ່ປະເທດຫວຽດນາມ ຈຳນວນ 137 ລ້ານ​ກວ່າກີບ ແລະການຝຶກຊ້ອມເຂັ້ມພາຍໃນປະເທດ ພາຍຫລັງຄະນະດັ່ງກ່າວກັບຈາກ ສສ ຫວຽດນາມ ຈຳນວນ 122 ລ້ານ​ກວ່າກີບ.

leftcenterrightdel
ພິທີຖະແຫລງຂ່າວ​ເພື່ອລະດົມທຶນ​ສະໜັບສະໜູນການເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XII ທີ່ປະເທດໄທ. ພາບ: ຂປລ.

ທ່ານ ຄຳແພງ ໄຊສົມແພງ ​ໃຫ້​ຮູ້​ອີກ​ວ່າ:  ການແຂ່ງຂັນສີມືແຮງງານອາຊຽນໄດ້ເລີ່ມຄັ້ງທີ 1 ໃນປີ 1995  ທີ່ປະເທດມາເລເຊຍ. ສຳລັບ ສປປ ລາວ ໄດ້ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນໃນປີ 2001 ທີ່ບາງກອກ ປະເທດໄທ, ເຊິ່ງເປັນຄັ້ງທີ 3 ຂອງອາຊຽນ ແລະເປັນປີທຳອິດຂອງ ສປປ ລາວ ນັບແຕ່ນັ້ນມາໄດ້ເຂົ້າຮ່ວມການແຂ່ງຂັນສີມື​ແຮງ​ງານອາຊຽນ ໂດຍຕະຫລອດ ເຊິ່ງຈັດຂຶ້ນທຸກໆ 2 ປີ. ການແຂ່ງຂັນສີມືແຮງງານມີຈຸດປະສົງເພື່ອສົ່ງເສີມການພັດທະນາຄຸນນະພາບຂອງກຳລັງແຮງງານ ແລະການຮ່ວມມືກັນໃນວຽກງານພັດທະນາຊັບພະຍາກອນມະນຸດ. ຜ່ານ​ມາການ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລະດັບ​ອາ​ຊຽນຂອງ ສປປ ລາວ​ ສາ​ມາຍາ​ດ​ໄດ້​ບົດຮຽນ  ​ແລະປະສົບ​ການເຊິ່ງສາມາດ​ນຳ​ມາ​ຖ່າຍ​ທອດ  ​ແລະຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ພັດທະນາ​ສີມື​ແຮງ​ງານ ​ເປັນ​ແຕ່ລະ​ໄລຍະ.

ສຳລັບ​ປີ 2014 ສປປ ລາວ ສາມາດ​ຍາດ​ໄດ້ 1 ຫລຽນ​ເງິນຂອງ​ສາຂາ​ຊ່າງ​ໄຟຟ້າ​ໃນ​ການ​ແຂ່ງຂັນ​ສີມື​ແຮງ​ງານອາ​ຊຽນ ຄັ້ງ​ທີ 10 ຢູ່ ສສ ຫວຽດນາມ,  ​ເຊິ່ງ​ເປັນ​ຫລຽນ​ປະຫວັດສາດໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນໃນ​ເວທີ​ອາ​ຊຽນ.

 

ເນື້ອໃນ: ຂປລ