ນີ້ແມ່ນສອງກອງປະຊຸມສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນອາຊຽນ ແລະລະຫວ່າງອາຊຽນກັບບັນດາຄູ່ຮ່ວມມື, ກໍ່ຄື ກະກຽມໃຫ້ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ທີ່ຈະຈັດຕັ້ງໃນເດືອນ ຕຸລາ 2018.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ບ໊າວຈູງ.

ທີ່ກອງປະຊຸມ ADSOM, ບັນດາຫົວໜ້າຄະນະຜູ້ແທນໄດ້ຮັບຟັງ ແລະປຶກສາຫາລືກ່ຽວກັບບັນດາບົດລາຍງານໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ; ໝາກຜົນບັນດາກອງປະຊຸມຂອງອົງການຄົ້ນຄວ້າຂອງກອງທັບບັນດາປະເທດອາຊຽນ; ລາຍການກະກຽມໃຫ້ກອງປະຊຸມ ADMM, ADMM+.

ທ່ານພົນໂທ ຫງວຽນຈິວິ້ງ ໃຫ້ຮູ້ວ່າ, ຄຽງຂ້າງ ອິນໂດເນເຊຍ, ໄທ ແລະກຳປູເຈຍ, ຫວຽດນາມ ໄດ້ຮັບການຄັດເລືອກຈາກສະຫະປະຊາຊາດກາຍເປັນສະຖານທີ່ຝຶກແອບຮັກສາສັນຕິພາບໃນພາກພື້ນ. ສະນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມເປັນເຈົ້າການກວ່າອີກ ເພື່ອຍົກສູງກໍາລັງຄວາມສາມາດຮັກສາສັນຕິພາບຂອງອາຊຽນ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືຕົວຈິງ ລວມມີການຝຶກຊ້ອມຮ່ວມ, ການແລກປ່ຽນບົດຮຽນກ່ຽວກັບເສນາຮັກ, ການຊອກຫາກູ້ໄພກູ້ຊີບ.

leftcenterrightdel
ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມ ADSOM ຖ່າຍຮູບລວມ. ພາບ: ບ໊າວຈູງ.

ໃນຂອບເຂດເຂົ້າຮ່ວມ ADSOM ແລະ ADSOM+, ທ່ານພົນໂທ ຫງວຽນຈິວິ້ງ ໄດ້ມີການພົບປະ ແລະແລກປ່ຽນສອງຝ່າຍກັບບັນດາຫົວໜ້າຄະນະຜູ້ແທນຂອງ ສິງກະໂປ, ນິວຊີແລນ, ອົດສະຕາລີ, ຈີນ, ຍີ່ປຸ່ນ ແລະອາເມລິກາ...

 

ແປໂດຍ: ເຈິ່ນຮວ່ຽນ