leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 15 ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ກ່ຽວກັບການປະຕິບັດ DOC. ພາບ: cand.com.vn.

ກ່າວຄໍາເຫັນທີ່ SOM-DOC, ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ຢືນຢັນຄວາມສໍາຄັນຂອງການປະຕິບັດ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນສໍາລັບການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ, ຊົມເຊີຍບາງໝາກຜົນໃນການປະຕິບັດ DOC; ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວສ້າງເກາະທຽມ, ຕິດຕັ້ງ ແລະທົດລອງບັນດາພາຫະນະການທະຫານຢູ່ບັນດາໂຄງສ້າງທີ່ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ, ໄປຝືນກັບຫຼັກການຂອງ DOC, ສົ່ງຜົນສະທ້ອນທີ່ບໍ່ດີເຖິງວິວັດທະນາການເຈລະຈາ COC.

leftcenterrightdel
SOM-DOC 15  ໄດ້ແລກປ່ຽນກ່ຽວກັບສະພາບການປະຕິບັດ DOC. ພາບ: cand.com.vn.

ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ບໍ່ມີບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມໃນພູມີປະເທດຕົວຈິງ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຈລະຈາ COC.

ອາຊຽນ ແລະຈີນໄດ້ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມຄັ້ງຕໍ່ໄປຂອງໜ່ວຍປະຕິບັດງານຮ່ວມ JWG-DOC ໃນເດືອນ ກັນຍາ 2018 ຢູ່ ຊຽມຣຽບ, ປະເທດ ກໍາປູເຈຍ.

 

ແປໂດຍ: ຮວ່າງເຈື່ອງ