ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ VIII ໄດ້ໄຂຂຶ້ນໃນວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຖືວ່າວິສາຫະກິດຕ່າງປະເທດໄດ້ຈົດທະບຽນລົງທຶນເຂົ້າລາວ ດ້ວຍລວມມູນຄ່າທັງໝົດປະມານ 30.340 ຕື້ກີບ (ປະມານ 3,72 ຕື້ໂດລາສະຫະລັດ).

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມໜັງສືພິມ Vientiane Times ສະບັບອອກເມື່ອວັນທີ 17 ມິຖຸນາ, ໃນຈໍານວນບັນດາໂຄງການຈົດທະບຽນລົງທຶນດັ່ງກ່າວ, ມີ 20 ກວ່າໂຄງການຂະໜາດໃຫຍ່ໄດ້ລົງທຶນຕາມບົດບັນທຶກຊ່ວຍຈໍາ (MOU), ລວມມີ 12 ໂຄງການໂຮງງານໄຟຟ້ານໍ້າຕົກ, 7 ໂຄງການຂຸດຄົ້ນແຮ່ທາດ, 6 ໂຄງການຄົ້ນຄວ້າກ່ຽວກັບການທ່ອງທ່ຽວ ແລະເສັ້ນທາງຄວາມໄວສູງ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໃຫ້ຮູ້ຕື່ມອີກວ່າ, ລັດຖະບານລາວ ຈະສືບຕໍ່ຍົກເລີກບັນດາຮົ້ວກີດຂວາງ ແລະແກ້ໄຂຄວາມຫຍຸ້ງຍາກທີ່ກີດຂວາງການເຄື່ອນໄຫວດໍາເນີນທຸລະກິດ ແລະລົງທຶນ ຢູ່ລາວ.

ແປໂດຍ: ຮວ່າງເຈື່ອງ