ຍີ່ປຸ່ນ ຢັ້ງຢືນວ່າ, ອາຊຽນ ເປັນຄູ່ຮ່ວມມືສໍາຄັນຂອງຍີ່ປຸ່ນ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ ແລະສືບຕໍ່ຮ່ວມມື, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ເພີ່ມທະວີການເຊື່ອມຈອດ ແລະຮັດແຄບຊ່ອງຫວ່າງດ້ານການພັດທະນາ. ເນື່ອງໃນໂອກາດສະເຫຼີມສະຫຼອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 45 ປີ, ໃນປີ 2018, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງກອງປະຊຸມສຸດຍອດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນເຈລະຈາອາຊຽນ-ຍີ່ປຸ່ນ ໃນເດືອນ ພະຈິກ 2018 ໃຫ້ສຳເລັດຜົນ, ສຸມແຫຼ່ງກໍາລັງເຂົ້າໃນການຜັນຂະຫຍາຍແຜນການປັບປຸງການປະຕິບັດຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະການຮ່ວມມືອາຊຽນ-ຍີ່ປຸ່ນ ຢ່າງມີປະສິດທິຜົນ..., ສືບຕໍ່ຍູ້ແຮງການຮ່ວມມືພັດທະນາອະນຸພາກພື້ນຜ່ານບັນດາໂຄງການແທດຈິງໃນຂອບເຂດ “ຂໍ້ລິເລິ່ມເຊື່ອມຈອດຍີ່ປຸ່ນ-ແມ່ນໍ້າຂອງ”.

leftcenterrightdel
ທ່ານ ຫງວຽນກ໋ວກຢຸ໋ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສ. ພາບ: ຫງວຽນຮົ່ງ.

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທັງ ອາຊຽນ ແລະຍີ່ປຸ່ນ ລ້ວນແຕ່ເນັ້ນໜັກເຖິງຄວາມສໍາຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

ຫວຽດນາມ ຈະເປັນປະເທດປະສານການພົວພັນເຈລະຈາອາຊຽນ-ຍີ່ປຸ່ນ ແຕ່ເດືອນ ສິງຫາ 2018 ຫາເດືອນ ສິງຫາ 2021. ບົນຈິດໃຈນັ້ນ, ທ່ານ ຫງວຽນກ໋ວກຢຸ໋ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນວ່າ, ຫວຽດນາມຈະມານະພະຍາຍາມສົມທົບກັນຢ່າງແໜ້ນແຟ້ນກັບຍີ່ປຸ່ນ ແລະບັນດາປະເທດອາຊຽນ ອື່ນໆເພື່ອນໍາການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ຍີ່ປຸ່ນ ຂຶ້ນສູ່ລະດັບສູງໃໝ່.

ແປໂດຍ: ຮວ່າງເຈື່ອງ