ນີ້ແມ່ນການເຈລະຈາປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດໃນຂອບເຂດການເຈລະຈາອາຊຽນ-ຈີນ, ແນໃສ່ສຳຫຼວດກວດຄືນສະພາບການພົວພັນ ແລະປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນຮ່ວມມື ແລະຄູ່ຮ່ວມມືຍຸດທະສາດ ອາຊຽນ-ຈີນ. ທ່ານ ຫງວຽນກ໋ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

leftcenterrightdel
ທ່ານ ຫງວຽນກ໋ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍຢືນຢັນວ່າ, ຈະສືບຕໍ່ປັບປຸງ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ. ສອງຝ່າຍພ້ອມທັງເຫັນດີເປັນເອກະພາບນຳກັນວ່າຈະສຸມໃສ່ແຫຼ່ງກໍາລັງຜັນຂະຫຍາຍແຜນການກະທໍາ ອາຊຽນ-ຈີນ 2016-2020 ຢ່າງມີປະສິດທິຜົນ; ໜູນຊ່ວຍເປົ້າໝາຍຍົກວົງເງິນການຄ້າສອງສົ້ນຂຶ້ນ 1.000 ຕື້ໂດລາສະຫະລັດ ແລະລົງທຶນຂຶ້ນເຖິງ 150  ຕື້ໂດລາສະຫະລັດໃນປີ 2020…

ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາປະເທດເນັ້ນໜັກເຖິງຄວາມສໍາຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ.

ກ່າວຄໍາເຫັນກ່ຽວກັບທະເລຕາເວັນອອກ, ທ່ານ ຫງວຽນກ໋ວກຢຸງ ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປມໍ່ໆມານີ້ຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສໍາຄັນຂອງການລະງັບໃຈ, ຫຼີກການເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ,  ເຈລະຈາ ແລະຮ່ວມມື, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ UNCLOS 1982, ປະຕິບັດ DOC ຢ່າງຄົບຖ້ວນ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຈລະຈາ COC.

 

ແປໂດຍ: ເຈິ່ນຮວ່ຽນ