leftcenterrightdel
ບັນດາສະມາຊິກໃນຄະນະຈັດຕັ້ງ ແລະຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມການປະຊຸມ. ພາບ: baoquocte.vn.

ກ່າວຄໍາເຫັນທີ່ການປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈໍາການ ບຸ່ຍແທງເຊີນ ເນັ້ນໜັກວ່າ, ການນໍາພັກ ແລະລັດ ເອົາໃຈໃສ່, ຖືເປັນສໍາຄັນຄວາມໝາຍຫຼາຍດ້ານຂອງກອງປະຊຸມ WEF ASEAN, ຕີລາຄາວ່ານີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສໍາຄັນຂອງປະເທດໃນປີ 2018.

ກອງປະຊຸມ WEF ASEAN ປີ 2018 ພາຍໃຕ້ຫົວຂໍ້ “ນໍ້າໃຈວິສາຫະກິດ ແລະການປະຕິວັດອຸດສາຫະກໍາຄັ້ງທີ 4” ຈະດໍາເນີນແຕ່ວັນທີ 11-13 ກັນຍາ 2018 ທີ່ຫໍປະຊຸມແຫ່ງຊາດ. ກອງປະຊຸມຄາດຄະເນມີປະມານ 55 ວາລະປະຊຸມຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາກາລະໂອກາດ, ຜົນປະໂຫຍດກໍ່ຄືບັນດາບັນຫາການປະຕິວັດອຸດສາຫະກໍາ 4.0 ທີ່ວາງອອກໃຫ້ແກ່ບັນດາປະເທດອາຊຽນ, ບັນດາແນວຄວາມຄິດ, ນະໂຍບາຍປຸກລຸກນໍ້າໃຈເລີ່ມທຸລະກິດ, ຊຸກຍູ້ການພັດທະນາຢ່າງຂະຫຍັນຂັນເຄື່ອນ, ປະດິດສ້າງ ແລະຍົກສູງກຳລັງແກ່ງແຍ້ງຂອງບັນດາປະເທດອາຊຽນ ໃນການປະຕິວັດອຸດສາຫະກໍາ 4.0.

 

ແປໂດຍ: ຮວ່າງເຈື່ອງ