ບັນດາກອງປະຊຸມໄດ້ສຸມໃສ່ປຶກສາຫາລືສະພາບການຮ່ວມມືໃນຂອບເຂດ ASEAN+3, EAS ແລະ ARF ໃນໄລຍະຜ່ານມາ ແລະທິດທາງໃນໄລຍະຈະມາເຖິງ, ວຽກງານກະກຽມໃຫ້ບັນດາກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຄາດວ່າຈະໄດ້ດໍາເນີນໃນຕົ້ນເດືອນ ສິງຫາ ຈະມາເຖິງ, ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ຄະນະຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວດຢູ໋ງ ນໍາໜ້າເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການປຶກສາຫາລືຢູ່ບັນດາກອງປະຊຸມ, ບັນດາປະເທດລ້ວນແຕ່ເຫັນດີເປັນເອກະພາບຮ່ວມມືໃນຂອບເຂດ ASEAN+3, EAS ແລະ ARF ສືບຕໍ່ບັນລຸໄດ້ບັນດາໝາກຜົນສໍາຄັນ. ດ້ວຍວິວັດທະນາການ ASEAN+3, ການຮ່ວມມືພວມມີບັນດາການພັດທະນາຢ່າງແຮງ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການເງິນ...

ກ່ຽວກັບວິວັດທະນາການຂັ້ນສູງອາຊີຕາເວັນອອກ (EAS), ບັນດາປະເທດຢືນຢັນຄວາມສໍາຄັນຂອງ EAS ດ້ວຍບົດບາດແມ່ນເວທີປາໄສຂອງບັນດາການນໍາ ເພື່ອເຈລະຈາກ່ຽວກັບບັນດາບັນຫາຍຸດທະສາດໃຫຍ່ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີປາໄສພາກພື້ນອາຊຽນ (ARF), ບັນດາປະເທດໄດ້ປຶກສາຫາລື ແລະບັນລຸໄດ້ຄວາມເຫັນດີເປັນເອກະສັນກ່ຽວກັບບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການທູດສະກັດກັ້ນ ແລະເພີ່ມທະວີການຮ່ວມມື ເພື່ອຮັບມືກັບບັນດາສິ່ງທ້າທາຍ.

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສໍາຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ. ຖືວ່ານີ້ແມ່ນຜົນປະໂຫຍດລວມຂອງທຸກໆປະເທດ.

 

ແປໂດຍ: ຫງວຽນກຸກ