ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນກວກຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອົດສະຕາລີ; ຕີລາຄາສູງໝາກຜົນສໍາຄັນຂອງກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ; ເຫັນດີເປັນເອກະພາບ ອາຊຽນ ຈະຕັ້ງໜ້າສົມທົບພ້ອມກັບອົດສະຕາລີ ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງຂັ້ນສູງພິເສດຢ່າງມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: kinhtedothi.vn.

ທ່ານ ຫງວຽນກວກຢູ້ງ ແບ່ງປັນທັດສະນະສະເໝີຕົ້ນສະເໝີປາຍຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ເຊິ່ງບັນດາການນໍາອາຊຽນ ຢືນຢັນຄືນໃໝ່ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32 ຜ່ານມາ; ປາດຖະໜາຢາກໃຫ້ອົດສະຕາລີ ສືບຕໍ່ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າ ແລະປະກອບສ່ວນສ້າງສາ, ມີຄວາມຮັບຜິດຊອບພ້ອມກັບອາຊຽນ ແກ້ໄຂບັນດາສິ່ງທ້າທາຍວາງອອກສໍາລັບສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

 

ແປໂດຍ: ເຈິ່ນຮວ່ຽນ