leftcenterrightdel
   ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ:hanoitv.vn.

ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ມີຄວາມໝາຍຢ່າງຕັ້ງໜ້າສໍາລັບການພັດທະນາຂອງສະມາຄົມໃຫຍ່ການແພດຫວຽດນາມ ເວົ້າສະເພາະ, ຂະແໜງສາທາລະນະສຸກເວົ້າລວມ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ເຫດການດັ່ງກ່າວພ້ອມກັບບັນດາການເຄື່ອນໄຫວຢູ່ນອກກອງປະຊຸມຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງການແພດຫວຽດນາມ, ການແພດອາຊຽນ ໃນພາລະກິດສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ. ທີ່ Masean ຄັ້ງນີ້, ຜູ້ຕາງໜ້າບັນດາປະເທດຈະແລກປ່ຽນບົດຮຽນໃນການອອກໃບຢັ້ງຢືນດຳເນີນອາຊີບການແພດ ແລະວິວັດການປະຕິບັດຂໍ້ຕົກລົງຍອມຮັບເຊິ່ງກັນ ແລະກັນກ້າວໄປເຖິງການໝູນວຽນເສລີໃຫ້ແກ່ຜູ້ດໍາເນີນອາຊີບການແພດໃນປະຊາຄົມບັນດາປະເທດອາຊຽນ.

 

ແປໂດຍ: ຫງວຽນກຸກ