ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ແລກປ່ຽນກ່ຽວກັບສະພາບການກໍ່ສ້າງປະຊາຄົມອາຊຽນ ໃນໄລຍະຜ່ານມາ; ເນັ້ນໜັກເຖິງການເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ, ການຮັກສາບົດບາດໃຈກາງຂອງອາຊຽນ ແມ່ນຄວາມຮຽກຮ້ອງຕັດສິນຊີ້ຂາດ ເພື່ອໃຫ້ອາຊຽນມີຄວາມເຊື່ອໝັ້ນຕົນເອງ, ສະຫງ່າຜ່າເຜີຍຕໍ່ບັນດາສິ່ງທ້າທາຍ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ, ອາຊຽນຄວນເສີມຂະຫຍາຍຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງໃນການຜັນຂະຫຍາຍການພົວພັນກັບບັນດາຄູ່ຮ່ວມມື, ຜ່ານນັ້ນ, ຮັກສາຄວາມສາມັກຄີ, ຄວາມເປັນເອກະພາບ ແລະບົດບາດໃຈກາງຂອງອາຊຽນ ໄວ້ໃຫ້ໝັ້ນຄົງເຂັ້ມແຂງ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: infonet.vn.

ທ່ານ ຟ້າມບິ່ງມິງ ຢ້ັງຢືນເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມສະຫງົບປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດທະນາການດ້ານການທູດ ແລະນິຕິກໍາບົນພື້ນຖານກົດໝາຍສາກົນ.

ຕອນບ່າຍວັນດຽວກັນ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງ ແລະສະພາປະສານງານອາຊຽນ.

 

ແປໂດຍ: ທູຈາງ