ທ່ານ ຫງວຽນກ໋ວກຢຸ໋ງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສຂອງຫວຽດນາມ ໃນອາຊຽນ ນໍາໜ້າຄະນະຫວຽດນາມເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ການຄາດຄະເນລາຍການເຄື່ອນໄຫວ, ໂຄງການດໍາເນີນງານ ແລະບັນຊີລາຍຊື່ບັນດາເອກະສານຈະຍື່ນສະເໜີຕໍ່ບັນດາການນໍາອາຊຽນ ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32.

leftcenterrightdel
ທ່ານ ຫງວຽນກ໋ວກຢຸ໋ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກໍ່ໄດ້ແລກປ່ຽນກ່ຽວກັບບາງບັນຫາທີ່ໜ້າເອົາໃຈໃສ່ໃນການຮ່ວມມືອາຊຽນ ກໍ່ຄືການພົວພັນລະຫວ່າງອາຊຽນກັບບັນດາຄູ່ຮ່ວມມື.

ກ່ຽວກັບການພົວພັນຕ່າງປະເທດຂອງອາຊຽນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືກ່ຽວກັບທິດທາງຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືກັບບັນດາຄູ່ຮ່ວມມືໃນໄລຍະຈະມາເຖິງ, ເຫັນດີຄວນຍົກສູງປະສິດທິຜົນຂອງບັນດາກົນໄກ, ເວທີປາໄສຮ່ວມມືໃນປັດຈຸບັນກັບບັນດາຄູ່ຮ່ວມມື, ຍູ້ແຮງບັນດາເນື້ອໃນແທດຈິງ, ເໝາະສົມກັບບູລິມະສິດ ແລະຄວາມສົນໃຈຂອງອາຊຽນ, ພ້ອມທັງເນັ້ນໜັກເຖິງຄວາມຈໍາເປັນຮັກສາຫຼັກໝັ້ນລວມ ແລະປັບປຸງບົດບາດໃຈກາງຂອງອາຊຽນໃນການພົວພັນກັບຄູ່ຮ່ວມມື.

ແປໂດຍ: ທູຈາງ