ກ່າວຄໍາເຫັນທີ່ພິທີໄຂປີປະດິດສ້າງອາຊຽນ - ຈີນ ປີ 2018 ໃນຂອບເຂດຂອງເວທີປາໄສປະດິດສ້າງອາຊຽນ - ຈີນ, ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະເຕັກໂນໂລຢີ ຈີນ (MOST) Wang Zhigang ໃຫ້ຮູ້ວ່າ ຈີນ ໄດ້ກໍ່ສ້າງບັນດາຫ້ອງທົດລອງທັນສະໄໝຮ່ວມ ແລະສົ່ງເສີມການເປີດນໍາໃຊ້ບັນດາຫ້ອງທົດລອງແຫ່ງຊາດຂອງ ຈີນ ຢູ່ບັນດາປະເທດອາຊຽນ.

leftcenterrightdel
                                  ພາບປະກອບຈາກ: thejakartapost.com.

ຕາມທ່ານ Wang Zhigang ແລ້ວ, ມາຮອດປະຈຸບັນ MOST ໄດ້ສ້າງຕັ້ງບັນດາຫ້ອງທົດລອງຮ່ວມກັບບາງປະເທດອາຊຽນ ຄືຫ້ອງທົດລອງຮ່ວມ ຈີນ-ອິນໂດເນເຊຍ ກ່ຽວກັບເຕົາປະຕິກອນອຸນຫະພູມສູງເຮັດເຢັນດ້ວຍອາກາດ, ສູນຄົ້ນຄວ້າຮ່ວມ ຈີນ-ໄທ ກ່ຽວກັບລະບົບທາງລົດໄຟ...

ທ່ານລັດຖະມົນຕີ MOST ຢັ້ງຢືນວ່າ ລັດຖະບານ ຈີນ ຈະສືບຕໍ່ສົ່ງເສີມການເປີດປະຕູ ແລະຮ່ວມມືປະດິດສ້າງດ້ານວິທະຍາສາດ ແລະເຕັກໂນໂລຢີໃນຂອບຂະໜາດອັນກວ້າງໃຫຍ່ກວ່າ ແລະໃນລະດັບເລິກເຊິ່ງກວ່າອີກ.

ປີປະດິດສ້າງອາຊຽນ - ຈີນ ປີ 2018 ແລະເວທີປາໄສປະດິດສ້າງອາຊຽນ - ຈີນ ໂດຍຄະນະເລຂາອາຊຽນ ສົມທົບກັບ MOST ແລະກະຊວງການຕ່າງປະເທດ ສິງກະໂປ ຮ່ວມຈັດຕັ້ງໃນວັນທີ 12 ເມສາ ຢູ່ ບັກກິ່ງ, ຈີນ.

 

ແປໂດຍ: ຫງວຽນກຸກ