ໃນລະຫວ່າງວັນທີ 2 - 3 ເມສາ, ຢູ່ Selangor, ປະເທດມາເລເຊຍ ໄດ້ດຳເນີນກອງປະຊຸມເຈລະຈາ ອາຊຽນ - ອາເມລິກາ ຄັ້ງທີ 31 ໂດຍເລຂາທິການໃຫຍ່ ກະຊວງການຕ່າງປະເທດມາເລເຊຍ, ປະເທດປະສານງານການພົວພັນເຈລະຈາ ອາຊຽນ - ອາເມລິກາ (ໄລຍະ 2015-2018) ແລະຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານນາງ Susan Thornton ເປັນປະທານຮ່ວມ. ນີ້ແມ່ນການເຈລະຈາຂັ້ນເຈົ້າໜ້າທີ່ອາວຸໂສປະຈຳປີ ເພື່ອສຳຫຼວດກວດຄືນ ແລະກໍານົດທິດຜັນຂະຫຍາຍການຮ່ວມມືລະຫວ່າງອາຊຽນ ແລະອາເມລິກາ. ທ່ານ ຫງວຽນກ໋ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບທີ່ການເຈລະຈາ. ພາບ: ດວ່ານກາ.

ກ່າວຄຳເຫັນທີ່ການເຈລະຈາ, ທ່ານ ຫງວຽນກ໋ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອາເມລິກາ, ຊົມເຊີຍບັນດາໝາກຜົນບັນລຸໄດ້ໃນການຜັນຂະຫຍາຍແຜນການດໍາເນີນງານໄລຍະ 2016-2020 ກໍ່ຄື ບັນດາບາດກ້າວຕັ້ງໜ້າຂອງອາເມລິກາ ແນໃສ່ຮັກສາຄໍາໝັ້ນສັນຍາ ແລະຊຸກຍູ້ການຮ່ວມມືກັບອາຊຽນ.

ຕາງໜ້າບັນດາປະເທດອາຊຽນ ນຳສະເໜີກ່ຽວກັບການຮ່ວມມືທາງດ້ານທະເລ,  ທ່ານ ຫງວຽນກ໋ວກຢຸງ ໄດ້ຢືນຢັນຄືນຫຼັກໝັ້ນ ແລະບັນດາຫຼັກການຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ຍົກອອກບັນດາກາລະໂອກາດ ແລະສິ່ງທ້າທາຍ ເຊິ່ງອາຊຽນ ແລະອາເມລິກາ ພ້ອມກັບບັນດາຄູ່ຮ່ວມມືອື່ນຂອງອາຊຽນ ຄວນຮ່ວມມືກັນເພື່ອແກ້ໄຂບັນຫາຄື: ໂຈນສະລັດ, ການຄ້າມະນຸດ, ຄ້າຂາຍຢາເສບຕິດ, ຫາປາຜິດກົດໝາຍ, ສິ່ງແວດລ້ອມທະເລ, ການຮັບມືກັບໄພທໍາມະຊາດ, ໄພພິບັດ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ… ຜ່ານບັນດາຂອບເຂດ ແລະກົນໄກພາກພື້ນ ຄື: ເວທີປາໄສພາກພື້ນອາຊຽນ (ARF), ເວທີປາໄສຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສທະເລອາຊຽນເປີດກວ້າງ (EAMF) ບົນພື້ນຖານກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແນໃສ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

 

ແປໂດຍ: ເຈິ່ນຮວ່ຽນ