ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ທີ່ກອງປະຊຸມຄັ້ງນີ້, 3 ປະເທດໄດ້ພ້ອມກັນຕີລາຄາວິວັດແຫ່ງການຮ່ວມມື, ພ້ອມທັງກຳນົດທິດພັດທະນາໃນໄລຍະຈະມາເຖິງ, ສ້າງພະລັງແຮງໃຫ້ແກ່ພາກພື້ນ “ເຂດສາມຫຼ່ຽມພັດທະນາ” ເພື່ອການຮ່ວມມືໃຫ້ນັບມື້ນັບມີປະສິດທິຜົນຊ່ວຍຫັນວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ສະແດງຄວາມຕັດສິນໃຈກໍ່ສ້າງ “ເຂດສາມຫຼ່ຽມພັດທະນາ” ພັດທະນາຢ່າງວັດທະນາຖາວອນ. ພາບ: ຫວຽດຮ່າ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ຖືວ່າ, ກຳປູເຈຍ, ລາວ, ຫວຽດນາມ ຕ້ອງສາມັກຄີກັນຢ່າງໝັ້ນແກ່ນກາຍເປັນ “ຄຽງສາມຂາ” ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງ, ເພື່ອປະຊາຊົນ. ສະນັ້ນ, ທີ່ກອງປະຊຸມ, ນາຍົກລັດຖະມົນຕີທັງ 3 ທ່ານ ໄດ້ເຫັນດີເປັນເອກະພາບອອກຖະແຫຼງການຮ່ວມ, ຕັດສິນໃຈກໍ່ສ້າງ “ເຂດສາມຫຼ່ຽມພັດທະນາ” ທີ່ຂະຫຍັນຂັນເຄື່ອນ, ມີຄວາມວັດທະນາຖາວອນ, ແບບຍືນຍົງ ແລະມຸ່ງໄປເຖິງສະເຫຼີມສະຫຼອງ 20 ປີ ແຫ່ງວັນຮ່ວມມືລະຫວ່າງ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ, ເຊິ່ງຈະຈັດຕັ້ງ ຢູ່ ລາວ ໃນ ປີ 2019.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ກອງປະຊຸມຄັ້ງນີ້ໄດ້ເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງ 3 ປະເທດ, ເປັນຄັ້ງທຳອິດເຊິ່ງບັນດາຄູ່ຮ່ວມມືພັດທະນາລ້ວນແຕ່ເຂົ້າຮ່ວມກອງປະຊຸມ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງບັນດາຄູ່ຮ່ວມ ມືກັບຫວຽດນາມ, ລາວ, ກຳປູເຈຍ. ສິ່ງດັ່ງກ່າວຢືນຢັນເຖິງບົດບາດຂອງ “ເຂດສາມຫຼ່ຽມພັດທະນາ” ໃນພາກພື້ນ ແລະປະຊາຄົມອາຊຽນ. ເຖິງວ່າປະສົບກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ວ່າບັນດາທ້ອງຖິ່ນຂອງ 3 ປະເທດ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດຄື: ພ້ືນຖານໂຄງລ່າງ, ກຸ່ມວິສາຫະກິດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ຄວາມອຶດຫິວ ແລະທຸກຍາກໄດ້ຫຼຸດລົງຢູ່ໃນລະດັບຍັງຕ່ຳ.

ເພື່ອມຸ່ງໄປເຖິງອະນາຄົດພັດທະນາ, ກອງປະຊຸມຄັ້ງນີ້ໄດ້ຕົກລົງເພີ່ມທະວີມາດຕະການໃນຫຼາຍດ້ານເພື່ອແນໃສ່ເປີດກາລະໂອກາດຮ່ວມມືໃໝ່ເຊິ່ງນາຍົກລັດຖະມົນຕີທັງ 3 ທ່ານ ໄດ້ມອບໃຫ້ບັນດາອົງການຄົ້ນຄວ້າປະຕິບັດ ແລະຍື່ນສະເໜີ.

ນີ້ແມ່ນຍຸກສະໄໝເຕີບໂຕສຳຄັນຂອງທັງ 3 ປະເທດ ແລະພາກພື້ນ ອາຊຽນ. ຕາມນັ້ນ, ກອງປະຊຸມໄດ້ຍົກອອກແຜນນະໂຍບາຍ ແລະມາດຕະການລະອຽດ ເພື່ອຫັນການຮ່ວມມືລະຫວ່າງ 3 ປະເທດໃຫ້ປະກົດຜົນເປັນຈິງ. ນຳ “ເຂດສາມຫຼ່ຽມພັດທະນາ”  ກາຍເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງປະຊາຄົມ ອາຊຽນ, ມີຄວາມສະໜິດຕິດພັນກວ່າອີກດວ້ຍບັນດາຍຸດທະສາດ ແລະແຜນການລວມຂອງ ອາຊຽນ.

 

ແປໂດຍ: ຮຸຍດົງ