ພິທີລົງນາມໄດ້ດໍາເນີນພາຍໃຕ້ການເປັນສັກຂີພິຍານຂອງການນໍາບັນດາປະເທດອາຊຽນ ແລະທ່ານນາຍົກລັດຖະມົນຕີອົດສະຕາລີ Malcom Turnbull.

leftcenterrightdel
ການນໍາບັນດາປະເທດອາຊຽນ ແລະອົດສະຕາລີ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ ແລະອົດສະຕາລີ ຢູ່ Sydney ວັນທີ 17 ມີນາ. ພາບ: ສຳນັກຂ່າວສານຫວຽດນາມ.

ບົດບັນທຶກຊ່ວຍຈໍານີ້ໄດ້ຖືເປັນບາດກ້າວບຸກທະລຸປະຫວັດສາດປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຂົງເຂດປົກປັກຮັກສາຄວາມໝັ້ນຄົງຢູ່ພາກພື້ນ. ຜ່ານບັນດາຂໍ້ຕົກລົງແມ່ທີ່ໄດ້ຮັບການລົງນາມ, ອາຊຽນ ແລະອົດສະຕາລີ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍໃນບັນດາຂົງເຂດຄືການເງິນ ແລະລັດທິໃຊ້ຄວາມຮຸນແຮງຂວາຈັດ. ຄຽງຂ້າງນັ້ນ, ອົດສະຕາລີ ກໍ່ໃຫ້ຄໍາໝັ້ນສັນຍາຈະຮັກສາບັນດາການເຈລະຈາປະຈຳປີຂັ້ນລັດຖະບານ, ບັນດາອົງການປ້ອງກັນຄວາມສະຫງົບ ແລະບັນດາກົມກອງປະຕິບັດກົດໝາຍກັບອາຊຽນ ເພື່ອພ້ອມກັນຊອກຫາບັນດາມາດຕະການປົກປັກຮັກສາພື້ນຖານຄວາມໝັ້ນຄົງຢູ່ພາກພື້ນຢ່າງແທດຈິງ.

ບົດບັນທຶກຊ່ວຍຈໍາລວມມີບັນດາຂໍ້ລິເລີ່ມ ແລະບັນດາຂໍ້ຕົກລົງແມ່ດ້ວຍເນື້ອໃນກວມລວມບັນດາຂົງເຂດຄືເຕັກນິກ, ໜູນຊ່ວຍໂຄງການກໍ່ສ້າງກົດໝາຍຕ້ານການກໍ່ການຮ້າຍ, ຈັດຕັ້ງບັນດາການເຈລະຈາຂັ້ນພາກພື້ນ ແລະກອງປະຊຸມສໍາມະນາດ້ວຍບັນດາຫົວຂໍ້ກ່ຽວກັບພະຍານຫຼັກຖານເອເລັກໂຕນິກ, ສືບຂ່າວການເງິນ ແລະສະກັດກັ້ນ, ຕ້ານການຂວາຈັດທາງອິນເຕີເນັດ.

ແປໂດຍ: ຫງວຽນກຸກ