ຕອນເຊົ້າວັນທີ 16 ມີນາ, ກອງປະຊຸມສຸດຍອດພິເສດ ຄັ້ງທຳອິດລະຫວ່າງອາຊຽນ ແລະອົດສະຕາລີ ໄດ້ໄຂຂຶ້ນຢູ່ຫໍປະຊຸມສາກົນທີ່ນະຄອນ Sydney ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ແລະການນຳບັນດາປະເທດອາຊຽນ, ໃນນັ້ນມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.  ກອງປະຊຸມໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັັ້ນຄົງຢູ່ພາກພື້ນ, ບັນດາການພົວພັນດ້ານເສດຖະກິດ ແລະບັນດາມາດຕະການຕ້ານການກໍ່ການຮ້າຍເພືີ່ອແນໃສ່ຮັດແໜ້ນການພົວພັນລະຫວ່າງອົດສະຕາລີ ກັບ ອາຊຽນ ກ່ວາອີກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ. ພາບ: vietnamplus.vn.

ດ້ວຍຫົວຂໍ້ທີ່ວ່າ “ເພີ່ມທະວີຄວາມໝັ້ນຄົງ ແລະວັດທະນາຖາວອນຢູ່ພາກພື້ນ”, ບັນດາກອງປະຊຸມຂັ້ນສູງວິສາຫະກິດອາຊຽນ - ອົດສະຕາລີ, ກອງປະຊຸມສາກົນຕ້ານການກໍ່ການຮ້າຍ ແລະວາລະປະຊຸມຄົບຄະນະຂອງບັນດາການນຳຂັ້ນສູງຈະດຳເນີນໃນຂອບເຂດກອງປະຊຸມແຕ່ວັນທີ 16 – 18 ມີນາ. ຄາດຄະເນວ່າ ບັນດາການນຳອາຊຽນ ແລະອົດສະຕາລີ ຈະຮັບຮອງເອົາຖະແຫຼງການ Sydney, ຖະແຫຼງການຮ່ວມຂອງກອງປະຊຸມ ແລະບົດບັນທຶກຊ່ວຍຈຳລະຫວ່າງອາຊຽນ ແລະລັດຖະບານ ອົດສະຕາລີ ກ່ຽວກັບການຮ່ວມມືຕ້ານການກໍ່ການຮ້າຍສາກົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບບັນດານັກລົງທຶນການເງິນອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມບາງວາລະປະຊຸມຂັ້ນສູງຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະກ່າວຄໍາເຫັນ, ສຸມໃສ່ເຂົ້າໃນບັນດາເນື້ອໃນກ່ຽວກັບການຮ່ວມມື ອາຊຽນ - ອົດສະຕາລີ, ລວມມີເພີ່ມທະວີຄວາມໝັ້ນຄົງ ແລະວັດທະນາຖາວອນຢູ່ພາກພື້ນ; ການຮ່ວມມືດ້ານເສດຖະກິດລະຫວ່າງ ອາຊຽນ - ອົດສະຕາລີ; ການຮ່ວມມືດ້ານທະເລຢູ່ພາກພື້ນ.

 

ແປໂດຍ: ຫງວຽນກຸກ