ທ່ານ ດັ້ງດິ່ງກີ໋ ໃຫ້ຮູ້ວ່າ, ກອງປະຊຸມສຸດຍອດ GMS 6 ແລະກອງປະຊຸມຂັ້ນສູງເຂດສາມລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້້ງທີ 10 ຈະດໍາເນີນແຕ່ວັນທີ 29 ຫາວັນທີ 31 ມີນາ ຢູ່ຮ່າໂນ້ຍ, ຄາດຄະເນວ່າຈະມີການເຂົ້າຮ່ວມຂອງຜູ້ແທນກວ່າ 2.000 ເທື່ອຄົນເຂົ້າຮ່ວມ, ໃນນັ້ນມີການນໍາຂັ້ນສູງບັນດາປະເທດສະມາຊິກ GMS,  CLV, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ການນໍາບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: baomoi.com.

ຕາມທ່ານ ດັ້ງດິ່ງກີ໋ ແລ້ວ, ກອງປະຊຸມສຸດຍອດ GMS 6 ມີຫົວຂໍ້ວ່າ: “ເສີມຂະຫຍາຍ 25 ປີແຫ່ງການຮ່ວມມື, ກໍ່ສ້າງ GMS ທີ່ເຊື່ອມໂຍງ, ຍືນຍົງ ແລະວັດທະນາຖາວອນ”. ເນື່ອງໃນໂອກາດນີ້, ເປັນຄັ້ງທໍາອິດທີ່ ຫວຽດນາມ ຍົກອອກຂໍ້ລິເລິ່ມຈັດຕັ້ງເວທີປາໄສສຸດຍອດວິສາຫະກິດ GMS ດ້ວຍຄາດໝາຍແມ່ນເພີ່ມທະວີການເຈລະຈາລະຫວ່າງວິສາຫະກິດ ແລະລັດ, ເຊື່ອມຕໍ່ບັນດາວິສາຫະກິດຢູ່ພາກພື້ນ ແລະໃນໂລກ. ໃນຂະນະນັ້ນ, ກອງປະຊຸມຂັ້ນສູງເຂດສາມລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້້ງທີ 10 ຈະກວດກາຄືນສະພາບການປະຕິບັດ “ແຜນສັງລວມກ່ຽວກັບການພັດທະນາເສດຖະກິດສັງຄົມຢູ່ເຂດສາມລ່ຽມພັດທະນາ  ກໍາປູເຈຍ-ລາວ-ຫວຽດນາມ ໄລຍະ 2010-2020” ແລະປຶກສາຫາລື, ກໍານົດທິດທາງຮ່ວມມືໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນເພີ່ມທະວີການເຊື່ອມຕໍ່ເສດຖະກິດ ກໍາປູເຈຍ-ລາວ-ຫວຽດນາມ.

 

ແປໂດຍ: ທູຈາງ