ເຈົ້າໜ້າທີ່ຂັ້ນສູງບັນດາເສົາຄໍ້າການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ວັດທະນະທໍາ, ສັງຄົມອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນກ໋ວກຢຸ໋ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ASEAN ຫວຽດນາມ ນຳໜ້າ.

ວັນທີ 7 ມີນາ ກໍ່ໄດ້ດໍາເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ (ASEAN SOM), ແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນ. ທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ບັນດາປະເທດເຫັນດີເປັນເອກະພາບຄວນຮັກສາບັນດາຫຼັກການຂອງອາຊຽນ, ຍູ້ແຮງການທາບທາມຄໍາເຫັນກັບບັນດາຄູ່ຮ່ວມມື, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດໃນພາກພື້ນ.

leftcenterrightdel
ທ່ານ ຫງວຽນກ໋ວກຢຸ໋ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວ ສານຫວຽດນາມ.

ແລກປ່ຽນຢູ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກ໋ວກຢຸ໋ງ ໄດ້ຢ້ຳຄືນຄໍາໝັ້ນສັນຍາຂອງຫວຽດນາມ, ການເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າໃນການສ້າງປະຊາຄົມ ອາຊຽນ. ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸ໋ງ ຮັບຮູ້ບັນດາໝາກຜົນຂອງ JWG 23, ຢັ້ງຢືນວ່າ ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຫວ່າງແລ້ວນີ້, JWG ໄດ້ມີບາດກ້າວເບື້ອງຕົ້ນຖືກຕາມການກໍານົດທິດ; ກໍານົດໄດ້ທິດທາງໃຫ້ແກ່ວິວັດທະນາການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). ໃນວິວັດການເຈລະຈາຕໍ່ໄປ, ບັນດາປະເທດຕ້ອງເຫັນດີເປັນເອກະພາບ COC ແມ່ນເອກະສານເປີດ, ອີງໃສ່ບັນດາຫຼັກການຂອງກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະບັນດາເອກະສານທີ່ກ່ຽວຂ້ອງອື່ນລະຫວ່າງອາຊຽນ ແລະຈີນ.

 

ແປໂດຍ: ຈາງຫງວຽນ