ຕອນຄ່ຳວັນທີ 25 ກຸມພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ໄດ້ປະກາດຜົນການນັບບັດໃນເບື້ອງຕົ້ນຂອງການເລືອກຕັ້ງສະພາສູງ ຊຸດທີ IV ທີ່ຫາກໍ່ດຳເນີນແຕ່ 7 ໂມງເຊົ້າຮອດ 15 ໂມງວັນດຽວກັນ. ຕາມນັ້ນ, ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ ຍາດໄດ້ໄຊຊະນະຢ່າງຂາດຂັ້ນ, ຍາດໄດ້ທັງໝົດ 58 ທີ່ນັ່ງ.

leftcenterrightdel
ກຳປູເຈຍເລີ່ມຕົ້ນການເລືອກຕັ້ງສະພາສູງ ຊຸດທີ 4. ພາບ: ສຳນັກຂ່າວສານຫວຽດນາມ.

ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ມີ 4 ພັກການເມືອງລວມມີ: ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ, ພັກ FUNCINPEC, ພັກຊາວໜຸ່ມກຳປູເຈຍ (CYP) ແລະ ພັກສາມັກຄີຊົນຊາດຂະແມ (KNUP). ສະເພາະພັກ CPP ປະຈຸບັນ ຮັກສາ 79 ທີ່ນັ່ງໃນສະພາ ແລະມີກໍາມະການສະພາຕາແສງ, ເມືອງ 11.051 ຄົນ.

ຄາດຄະເນວ່າ, ໝາກຜົນທາງການຈະໄດ້ປະກາດໃນວັນທີ 03 ມີນາ.

ແປໂດຍ: ຮຸຍດົງ