ສອງວັນມີສອງຖ້ຽວບິນ

ເລື່ອງລາວກ່ຽວກັບສັບປະດາຂັ້ນສູງ APEC ເຮັດໃຫ້ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫຍຸ້ງວຽກທີ່ສຸດເລີ່ມແຕ່ຕອນບ່າຍວັນທີ 7 ພະຈິກ 2017, ເມື່ອທ່ານຂີ່ຍົນໄປນະຄອນ ດ່ານັ້ງ ເພື່ອເຂົ້າຮ່ວມພິທີກວດກາລາຍການສະແດງສະລະປະຮັບໃຊ້ Gala Dinner ໃນຕອນຄ່ຳມື້ນັ້ນຢູ່ໂຮງແຮມ Sheraton ເຊິ່ງຈະໄດ້ດໍາເນີນໃນສອງ ສາມວັນຂ້າງໜ້າ. ຕອນເຊົ້າວັນທີ 8 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ອອກຈາກໂຮງແຮມ ເພື່ອໄປຍັງສູນກອງປະຊຸມ Ariyana, ເຊິ່ງແມ່ນສະຖານທີ່ດໍາເນີນກອງປະຊຸມສຸດຍອດວິສາຫະກິດ APEC ໃນຕະຫຼອດຊຸມວັນສັບປະດາຂັ້ນສູງ.

leftcenterrightdel
ທ່ານປະທານປະເທດ ເຈີ່ນດ້າຍກວາງ ປະກາດສັບປະດາຂັ້ນສູງ APEC 2017 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ພາບ: ອຽນບາ

ທີ່ສູນກອງປະຊຸມ Ariyana, ເວລາ 10 ໂມງເຊົ້າ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເປີດສາກບັນດາການເຄື່ອນໄຫວຂອງຕົນຢ່າງເປັນທາງການຢູ່ສັບປະດາຂັ້ນສູງ APEC   ດ້ວຍການຕ້ອນຮັບຜູ້ຕາງໜ້າບັນດາວິສາຫະກິດໃຫຍ່ຂອງອາເມລິກາ ກວ່າ 60 ວິສາຫະກິດ...

“Marathon” ບັນດາການພົບປະສອງຝ່າຍ

leftcenterrightdel
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢູ່ສູນສື່ມວນຊົນສາກົນ ດ່ານັ້ງ. ພາບ: ອຽນບາ

ຈຸດພິເສດໜຶ່ງທີ່ເຮັດໃຫ້ຕາຕະລາງເຮັດວຽກຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນຊຸມວັນສຸດຍອດ APEC ເພີ່ມຂຶ້ນຫຼາຍເທົ່າ, ນັ້ນແມ່ນເລື່ອງຄຽງຄູ່ກັບບັນດາການເຄື່ອນໄຫວຢ່າງເປັນທາງການໃນສັບປະດາຂັ້ນສູງ APEC, ຕາຕະລາງແມ່ນເຕັມຢູ່ແລ້ວ, ຍັງມີຕື່ມອີກ 4 ການພົບປະສອງຝ່າຍຂອງບັນດາການນໍາຕ່າງປະເທດເນື່ອງໃນໂອກາດນີ້. ເລີ່ມແຕ່ 16 ໂມງ ວັນທີ 9 ພະຈິກ ເຖິງຕອນທ່ຽງວັນທີ 10 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອງເຂົ້າຮ່ວມ “ວິວັດການ marathon”  ບັນດາການພົບປະສອງຝ່າຍຄືພົບປະກັບທ່ານປະທານາທິບໍດີ ຟິລິບປິນ Rodrigo Duterte, ທ່ານປະທານທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB) Jin Li Qun ...

ວັນສຸດຍອດທໍາອິດ

leftcenterrightdel
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖ່າຍຮູບລວມກັບບັນດານັກອຸປະຖໍາ ຢູ່ກອງປະຊຸມສຸດຍອດ APEC 2017. ພາບ: ອຽນບາ

ຕອນບ່າຍວັນທີ 10 ພະຈິກ, ວັນທາງການທໍາອິດໃນສອງວັນກອງປະຊຸມ ສຸດຍອດບັນດາການນໍາເສດຖະກິດ APEC, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມວາລະປະຊຸມຄົບຄະນະເຈລະຈາລະຫວ່າງບັນດາການນໍາເສດຖະກິດ APEC ກັບສະພາທີ່ປຶກສາດໍາເນີນທຸລະກິດ APEC (ABAC) ຢູ່ໂຮງແຮມ Furama. ຕອນແລງວັນທີ 10 ພະຈິກ, ຢູ່ຫໍປະຊຸມສາກົນໂຮງແຮມ Furama,  ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມການເຈລະຈາຂັ້ນສູງບໍ່ເປັນທາງການລະຫວ່າງ APEC ກັບ ASEAN, ແມ່ນຂໍ້ລິເລີ່ມຂອງຫວຽດນາມ ຢູ່ສັບປະດາຂັ້ນສູງ APEC ຄັ້ງນີ້.

ຕອນຄໍ່າວັນທີ 10 ພະຈິກ, ກ່ອນທີ່ຈະເຂົ້າຮ່ວມລາຍການ Gala Dinner, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຍັງພົບປະສອງຝ່າຍກັບທ່ານປະທານາທິບໍດີລັດເຊຍ Vladimir Putin ແລະທ່ານນາຍົກລັດຖະມົນຕີສິງກະໂປ ຫຼີສຽນຫຼົງ. ຫຼັງຈາກນັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະພັນລະຍາກໍ່ໄດ້ເຂົ້າຮ່ວມລາຍການ Gala Dinner - ງານລ້ຽງລະດັບຊາດ ເພື່ອຕ້ອນຮັບການນໍາບັນດາພື້ນຖານເສດຖະກິດ APEC ແລະສາມປະເທດແຂກຖືກເຊີນ ລາວ, ກໍາປູເຈຍ, ມຽນມາ.

ເນື້ອໃນຈິດໃຈ APEC ຢູ່ໂຮງແຮມ InterContinental

ວັນທີ 11 ພະຈິກ, ວັນດໍາເນີນບັນດາວາລະປະຊຸມສຸດຍອດຂອງ APEC 2017 ຢ່າງເປັນທາງການ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມາຮອດແຕ່ 5 ໂມງເຊົ້າ! ຍ້ອນວ່າເວລາ 7 ໂມງ, ທ່ານປະທານປະເທດ ເລີ່ມຕົ້ນມີບັນດາການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ; ທ່ານນາຍົກລັດຖະມົນຕີກໍາປູເຈຍ Hun Sen ຢູ່ໂຮງແຮມ Premier Villa, ຫຼັງຈາກນັ້ນພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຢູ່ສູນກອງປະຊຸມດ່ານັ້ງ.

ເວລາ 9 ໂມງເຊົ້າ ວັນທີ 11 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ພ້ອມກັບບັນດາຫົວໜ້າຄະນະເຂົ້າຮ່ວມວາລະປະຊຸມລັບຄັ້ງທີໜຶ່ງໃນຫ້ອງຮ່າໂນ້ຍຢູ່ໂຮງແຮມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເປັນປະທານວາລະປະຊຸມດ້ວຍແບບແຜນທີ່ມີໄຫວພິບ, ໝັ້ນໃຈຕົນເອງ, ສະຫງຽມຄ່ຽມຕົວຂອງຜູ້ເປັນເຈົ້າພາບ. ໃນວາລະປະຊຸມລັບຄັ້ງທີສອງໄດ້ດໍາເນີນໃນຕອນບ່າຍວັນທີ 11 ພະຈິກ.

leftcenterrightdel
 
leftcenterrightdel
ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມບັນດາການນໍາເສດຖະກິດ APEC ຄັ້ງທີ 25. ພາບ: ສໍານັກຂ່າວສານຫວຽດນາມ

ໃນໂມງພັກຜ່ອນຕອນທ່ຽງພາຍຫຼັງວາລະປະຊຸມລັບຄັ້ງທີໜຶ່ງ. ບັນດາຫົວໜ້າຄະນະໄດ້ອອກຈາກຫ້ອງປະຊຸມຮ່າໂນ້ຍໄປຖ່າຍຮູບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢູ່ກຸ່ມແຖວໜ້້າ, ລວມມີການນໍາບັນດາປະເທດມະຫາອຳນາດ, ຄື: ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ; ທ່ານປະທານາທິບໍດີ ອາເມລິກາ Donald Trump; ທ່ານປະທານາທິບໍດີ ລັດເຊຍ Vladimir Putin; ທາງເປັນຄ້ອຍ, ໄປໄດ້ໄລຍະໜຶ່ງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໄດ້ຍ່າງກາຍແຖວໜ້າ,  ທ່ານປະທານາທິບໍດີ ອາເມລິກາ Donald Trump; ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ທາງຫຼັງ. ດ້ວຍຄວາມໝັ້ນໃຈຕົນເອງ, ທຸ່ນທ່ຽງຂອງຜູ້ເປັນເຈົ້າພາບທ່ານປະທານປະເທດ ໄດ້ຫັນໜ້າໄປເວົ້າກັບປະມຸກລັດສອງທ່ານຂອງສອງປະເທດມະຫາອໍານາດໃນໂລກວ່າ: “ໄປ ! ພວກເຮົາຕ້ອງໄວຈຶ່ງທັນການ!”

ທຸກຄົນພ້ອມກັນຫົວຍິ້ມ. ຄ້າຍຄືວ່າທຸກຄົນລ້ວນແຕ່ເຂົ້າໃຈຄໍາເວົ້າຂອງ ທ່ານປະທານປະເທດ ເຈີ່ນດ້າຍກວາງ ບໍ່ພຽງແຕ່ຖືກກັບບົດບາດໃນຂະນະນັ້ນເທົ່ານັ້ນ ຫາກຍັງສ່ອງແສງເຖິງເນື້ອໃນຈິດໃຈຂອງ APEC ຕໍ່ໜ້າບັນດາການຜັນແປຂອງສະພາບການ: ຕ້ອງຍູ້ໄວລະດັບຄວາມໄວການຮ່ວມສຳພັນ, ເຊື່ອມໂຍງໃນໂລກຫຼາຍຊັ້ນດ້ວຍການຜັນແປຫຼາຍຢ່າງ, ເກີດສິ່ງທ້າທາຍບໍ່ແມ່ນໜ້ອຍແຕ່ກໍ່ມີໂອກາດພັດທະນາຫຼາຍຢ່າງ...

ແປໂດຍ: ຫງວຽນກຸກ