ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM ວົງແຄບ) ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກອາຊຽນ, ໄດ້ດໍາເນີນໃນວັນທີ 6 ກຸມພາ ຢູ່ສິງກະໂປ. ໂດຍໄດ້ຮັບມອບສິດຂອງທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຫງວຽນຈິວີ້ງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມສໍາຄັນນີ້.

ກອງປະຊຸມແມ່ນການເຄື່ອນໄຫວທີ່ມີລັກສະນະກໍານົດທິດໃຫ້ແກ່ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບອາຊຽນ ປີ 2018. ເປົ້າໝາຍການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງປີອາຊຽນ 2018 ໂດຍປະເທດເຈົ້າພາບ ສິງກະໂປ ຍົກອອກລວມມີ: ຕ້ານການກໍ່ການຮ້າຍ; ຮ່ວມມືໃນການຮັບມືກັບບັນດາປະເພດອາວຸດເຄມີ, ຊີວະສາດ, ແຜ່ກຳມັນຕະພາບລັງສີ ແລະນິວເຄຼຍ...

leftcenterrightdel
     ບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມວົງແຄບ ADMM ຢູ່ສິງກະໂປ. ພາບ: ບ໋າວຈູງ
leftcenterrightdel
                   ບັນຍາກາດທີ່ກອງປະຊຸມວົງແຄບ ADMM ຢູ່ສິງກະໂປ. ພາບ: ບ໋າວຈູງ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈິວີ້ງ ຢັ້ງຢືນວ່າ, ຫວຽດນາມ ເຫັນດີເປັນເອກະພາບຕໍ່ 3 ເປົ້າໝາຍຂອງປີ ອາຊຽນ ໂດຍສິງກະໂປ ສະເໜີ, ໃນນັ້ນເນັ້ນໜັກເຖິງການຮ່ວມມືໃນການຮັບມືກັບບັນດາປະເພດອາວຸດເຄມີ, ຊີວະສາດ, ແຜ່ກຳມັນຕະພາບລັງສີ ແລະນິວເຄຼຍ.

ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການສະກັດກັ້ນ, ປ້ອງກັນ, ຕ້ານ, ການລ້າງບັນດາທາດພິດຊະນິດຕ່າງໆ.  ກ່ຽວກັບ CUES, ຫວຽດນາມ ຮຽກຮ້ອງຕ້ອງຕິດພັນກັບບັນຫາທະເລຕາເວັນອອກ, ພິເສດເພື່ອກະກຽມໃຫ້ COC ຢ່າງມີປະສິດທິຜົນ, ກ່ຽວກັບບັນຫາທະເລຕາເວັນອອກ, ຫົວໜ້າຄະນະຫວຽດນາມ ຕີລາຄາວ່າ, ເຖິງວ່າໃນໄລຍະຜ່ານມາມີຄວາມໝັ້ນຄົງພໍສົມຄວນກໍ່ຕາມ ແຕ່ຍັງຄົງຊ້ອນແຝງໄປດ້ວຍບັນດາປັດໄຈຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ຍ້ອນເຫດນັ້ນ, ໃນໄລຍະນີ້ບັນດາປະເທດອາຊຽນ ບໍ່ສາມາດປະລະບັນຫາທະເລຕາເວັນອອກ, ແຕ່ຕ້ອງສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນກ່ຽວກັບສະພາບການທະເລຕາເວັນອອກ, ໃນນັ້ນສືບຕໍ່ຊຸກຍູ້ການປະຕິບັດຕາມກົດໝາຍສາກົນ, ເຄົາລົບວິວັດທະນາການທາງການທູດ ແລະນິຕິກໍາ, ຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນ ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ກ່ອນອື່ນໝົດແມ່ນປະຕິບັດ DOC ຢ່າງເຂັ້ມງວດ ແລະພ້ອມກັນມຸ່ງໄປເຖິງການສ້າງ COC ທີ່ມີຄຸນນະພາບໂດຍໄວ, ມີລັກສະນະຜູກມັດດ້ານນິຕິກຳໃນໄລຍະຈະມາເຖິງ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

 

ແປໂດຍ: ຫງວຽນກຸກ