ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດທໍາອິດຂອງອາຊຽນ ໂດຍ ສິງກະໂປ ເປັນເຈົ້າພາບໃນປີ 2018, ເປັນປີທີ 3 ໃນການຜັນຂະຫຍາຍປະຊາຄົມອາຊຽນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ບັນດາລັດຖະມົນຕີໄດ້ສະແດງຄວາມເຫັນດີເປັນເອກະພາບສູງກັບຫົວຂໍ້ ອາຊຽນ ປີ 2018 ແມ່ນສ້າງ “ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ”, ເນັ້ນໜັກວ່າ ຄວນຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານຂອງພາກພື້ນ, ລວມທັງຢູ່ໃນບັນດາເນື້ອໃນການເມືອງ-ຄວາມໝັ້ນຄົງ ແລະການຮ່ວມມືດ້ານເສດຖະກິດ-ການຄ້າເພື່ອແນໃສ່ຍົກສູງນ້ຳໃຈສາມັກຄີ ແລະບົດບາດໃຈກາງຂອງອາຊຽນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຖ່າຍຮູບເປັນທີ່ລະນຶກ. ພາບ: vov.vn.

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ກ່າວຄໍາເຫັນຊົມເຊີຍ ສິງກະໂປ ໃນຖານະເປັນເຈົ້າພາບ ອາຊຽນ ປີ 2018, ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ຫົວຂໍ້ ແລະຈຸດສຸມຮ່ວມມືອາຊຽນ ໂດຍ ສິງກະໂປ ສະເໜີ, ໃຫ້ຄໍາໝັ້ນສັນຍາວ່າຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຜົນສໍາເລັດຂອງອາຊຽນ ໃນປີ 2018. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຊີ້ແຈ້ງວ່າການສ້າງຄວາມເຂັ້ມແຂງດ້ວຍຕົນເອງຢູ່ພາກພື້ນຕ້ອງໄດ້ຮັບການເສີມຂະຫຍາຍໃນທຸກແງ່ມູມ, ທັງທາງດ້ານການເມືອງ-ເສດຖະກິດ, ຈາກນັ້ນສ້າງກໍາລັງໜູນໃໝ່ໃຫ້ແກ່ອາຊຽນ. ຄຽງຂ້າງນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ, ອາຊຽນ ຄວນເຊີດຊູບັນດາຄຸນຄ່າ ແລະຫຼັກການພື້ນຖານ, ປັບປຸງຄວາມສາມັກຄີ ແລະຄວາມເປັນເອກະພາບຂອງປະຊາຄົມ, ຢືນຢັນທັດສະນະເຫັນດີເປັນເອກະພາບຂອງອາຊຽນໃນບັນດາບັນຫາທີ່ມີຄວາມສົນໃຈ ແລະຜົນປະໂຫຍດລວມຂອງພາກພື້ນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ. ພາບ: vov.vn.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ  ຟ້າມບິ່ງມິງ  ສະເໜີບັນດາປະເທດຢຶດໝັ້ນກັບບັນດາທັດສະນະຂອງອາຊຽນ ກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນດາເນື້ອໃນກ່ຽວກັບທະເລຕາເວັນອອກ. ຕາມນັ້ນແລ້ວ, ບັນດາປະເທດຄວນຮັບຮູ້ຢ່າງຄົບຖ້ວນກ່ຽວກັບສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ຮັກສາບັນດາຄໍາໝັ້ນສັນຍາກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS 1982. ໃນວິວັດທະນາການສ້າງ COC, ບັນດາປະເທດຄວນປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະຍູ້ແຮງການປະຕິບັດບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ. ສະເພາະກ່ຽວກັບ COC, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະແດງວ່າ ອາຊຽນ ແລະຈີນ ຄວນແລກປ່ຽນຢ່າງແທດຈິງກ່ຽວກັບເນື້ອໃນເອກະສານນີ້, ຈາກນັ້ນບັນລຸໄດ້ກົດແຫ່ງການປະພຶດ COC  ຢ່າງມີປະສິດທິຜົນ ແລະມີລັກສະນະຜູກມັດ, ປະກອບສ່ວນສໍາຄັນໃຫ້ແກ່ການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ.

ສິ້ນສຸດກອງປະຊຸມ, ສິງກະໂປ, ປະທານອາຊຽນ ໃນປີ 2018 ໄດ້ຖະແຫຼງການຕໍ່ສື່ມວນຊົນສ່ອງແສງບັນດາເນື້ອໃນ ແລະໝາກຜົນຕົ້ນຕໍຂອງກອງປະຊຸມ.

 

ແປໂດຍ: ຮວ່າງເຈື່ອງ