ທີ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີເປັນເອກະພາບຕໍ່ລາຍການປຶກສາຫາລື ແລະລາຍການເຄື່ອນໄຫວຂອງກອງປະຊຸມວົງແຄບບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ເຊິ່ງຈັດຕັ້ງແຕ່ວັນທີ 5 ມາຮອດວັນທີ 6 ກຸມພາ ຢູ່ ສິງກະໂປ. ຕາມນັ້ນແລ້ວ, ບັນດາລັດຖະມົນຕີກະຊວງການຕ່າງປະເທດຈະແລກປ່ຽນບາງເນື້ອໃນຕົ້ນຕໍຄືຜັນຂະຫຍາຍໝາກຜົນກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 31 ເດືອນ ພະຈິກ 2017, ວິວັດການກໍ່ສ້າງປະຊາຄົມ, ຈຸດສຸມການຮ່ວມມື ອາຊຽນ ປີ 2018 ແລະບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ບັນດາເຈົ້າໜ້າທີ່ ອາຊຽນ (SOM) ເຂົ້າຮ່ວມປະຊຸມຢູ່ ສິງກະໂປ. ພາບ: VOV.VN

ຄຽງຂ້າງນັ້ນ, ຫົວໜ້າບັນດາປະເທດກໍ່ໄດ້ແລກປ່ຽນບາງເນື້ອໃນໃນຂົງເຂດຮັບຜິດຊອບ, ລວມມີ, ສຳຫຼວດກວດກາການຜັນຂະຫຍາຍແຜນການສັງລວມກໍ່ສ້າງປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ, ປຶກສາຫາລືເນື້ອໃນບັນດາຫົວຂໍ້ຮ່ວມມື ອາຊຽນ 2018 ແລະປະຕິບັດສໍາເລັດບັນດາເອກະສານກ່ອນທີ່ຢືນເຖິງບັນດາລັດຖະມົນຕີພິຈາລະນາ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງ ອາຊຽນ, ໃນນັ້ນ, ມີແບບວິທີກໍ່ສ້າງ COC. ໄດ້ຮູ້ວ່າ, ອາຊຽນ ແລະຈີນ ຈະດຳເນີນການເຈລະຈາກ່ຽວກັບ COC ຢ່າງເປັນທາງການຕົ້ນເດືອນ ມີນາ ຈະມາເຖິງຢູ່ ຫວຽດນາມ.

 

ແປໂດຍ: ເກື່ອງດັ້ງ