ມາຮອດປະຈຸບັນ, ວຽກງານກະກຽມໃຫ້ບັນດາກອງປະຊຸມຄັ້ງນີ້ໄດ້ຮັບການປະຕິບັດສໍາເລັດ. ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈະນໍາໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ AMM Retreat. ທ່ານພົນໂທ ຫງວຽນຈິ໋ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມ ADMM Retreat.

leftcenterrightdel
ທ່ານ ຟ້າມບິ່ງມິງ, ລັດຖະມົນຕີກະຊວງການຕ່າງປະເທດ ຈະນໍາໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ AMM Retreat. ພາບ: ສໍານັກຂ່າວສານຫວຽດນາມ

ແຈ້ງການຂອງກະຊວງການຕ່າງປະເທດສິງກະໂປ  ຊີ້ແຈ້ງວ່າຢູ່ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ, ບັນດາລັດຖະມົນຕີຈະແລກປ່ຽນບັນດາຈຸດສຸມ ແລະບຸລິມະສິດຂອງ ອາຊຽນ ໃນປີ 2018 ທີ່ເໝາະສົມກັບບັນດາຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ແລະ “ມີຫົວຄິດປະດິດສ້າງ”; ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 31; ການພົວພັນຕ່າງປະເທດຂອງ ອາຊຽນ ກໍ່ຄືປຶກສາຫາລືບັນດາບັນຫາເຊິ່ງສາກົນ ແລະພາກພື້ນມີຄວາມສົນໃຈ.

leftcenterrightdel
ການນໍາບັນດາປະເທດອາຊຽນ ທີ່ພິທີໄຂກອງປະຊຸມຂັ້ນສູງອາຊຽນ ຢູ່ນະຄອນຫຼວງ ມານີລາ (ປະເທດ ຟີລິບປິນ) ໃນວັນທີ 13 ພະຈິກ 2017. ພາບ: ສໍານັກຂ່າວສານຫວຽດນາມ

ພິເສດ, ບັນດາລັດຖະມົນຕີ ຄາດຄະເນວ່າຈະການປຶກສາຫາລືຖະແຫຼງການກ່ຽວກັບວິໄສທັດ ອາຊຽນ ແລະການສ້າງຕັ້ງເຄືອຂ່າຍບັນດານະຄອນສະຫຼາດໃນພາກພື້ນ.

ນີ້ແມ່ນຄັ້ງທີ 2 ທີ່ ສິງກະໂປ ເປັນປະທານ ADMM ເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ຜ່ານຄວາມເຂົ້າໃຈກັນກວ່າເກົ່າກ່ຽວກັບສິ່ງທ້າທາຍດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງບັນດາປະເທດ ອາຊຽນ.

ແປໂດຍ: ທູຈາງ