ໃນຖານະເປັນປະທານໝູນວຽນຂອງອາຊຽນ, ສິງກະໂປ ຈະມານະພະຍາຍາມເພີ່ມທະວີກຳລັງແຮງໃຫ້ແກ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ປະເຊີນຫນ້າກັບບັນດາໄພນາບຂູ່ລວມຢ່າງມີປະສິດທິຜົນຄື: ການກໍ່ການຮ້າຍ, ອາດຊະຍາກຳເຄືອຂ່າຍອິນເຕີແນັດ ແລະບັນຫາການປ່ຽນແປງຂອງດິນຟ້າອາກາດ. ນັ້ນແມ່ນຄຳຖະແຫລງຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ ໃນວັນທີ  12 ມັງກອນ ຢູ່ ພິທີໄຂງານບຸນອາຊຽນ ໂດຍກະຊວງການຕ່າງປະເທດສິງກະໂປ ຈັດຕັ້ງ ເພື່ອເລີ່ມເຄື່ອນໄຫວອາຍຸການປະທານໝູນວຽນອາຊຽນ ຂອງປະເທດນີ້.

ທ່ານ ຫລີຊຽນຫລົງ ໃຫ້ຮູ້ວ່າ: ສິງກະໂປ ຈະມານະພະຍາຍາມຫນູນຊ່ວຍບັນດາພື້ນຖານເສດຖະກິດສະມາຊິກອາຊຽນ ປ່ຽນໃຫມ່ ແລະໝູນໃຊ້ວິທະຍາສາດເຕັກໂນໂລຊີຫລາຍກວ່າໃນບັນດາຂົງເຂດ. ເມື່ອເຕື້ອງເຖິງວິວັດການສ້າງຕັ້ງ ແລະພັດທະນາຂອງອາຊຽນ ນັບແຕ່ປີ 1967, ທ່ານ ຖືວ່າ ອາຊຽນ ດ້ວຍ 10 ປະເທດສະມາຊິກປະຈຸບັນ ໄດ້ນຳມາເຊິ່ງສັນຕິພາບ, ການເຕີບໂຕດ້ານເສດຖະກິດ ແລະວັດທະນາຖາວອນໃຫ້ແກ່ປະຊາຊົນໃນພາກພື້ນ.

ແຫຼ່ງຄັດຈາກ Vovworld.vn