leftcenterrightdel
         ທ່ານພົນໂທ ຫງວຽນຈິວີ້ງ ກ່າວປາໄສໄຂກອງປະຊຸມສໍາມະນາ. ພາບ: ຫວູຮຸ່ງ

ທ່ານພົນໂທ ຫງວຽນຈິວີ້ງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໄດ້ເຂົ້າຮ່ວມ ແລະກ່າວປາໄສໄຂກອງປະຊຸມສໍາມະນາ.

ດ້ວຍຫົວຂໍ້ “ເພີ່ມທະວີບົດບາດຂອງ ARF ໃນການຮ່ວມມືຍົກສູງກໍາລັງຄວາມສາມາດກ່ຽວກັບການຮັກສາສັນຕິພາບ ແລະພັດທະນາສາຍພົວພັນຄູ່ຮ່ວມມືກັບສະຫະປະຊາຊາດ”, ກອງປະຊຸມສໍາມະນາມີການເຂົ້າຮ່ວມຂອງ 26 ປະເທດ ແລະສະຫະພາບເອີຣົບ (EU) ທີ່ເຂົ້າຮ່ວມເວທີປາໄສ ARF, ກົມຮັກສາສັນຕິພາບສະຫະປະຊາຊາດ, ຄະນະເລຂາອາຊຽນ, ກະຊວງການຕ່າງປະເທດ...

ກອງປະຊຸມສໍາມະນາໄດ້ດໍາເນີນແຕ່ວັນທີ 19-20 ທັນວາ, ໄດ້ຈັດຕັ້ງ 3 ວາລະປະຊຸມຕົ້ນຕໍ ໂດຍຫວຽດນາມ, ສ.ເກົາຫຼີ ແລະການາດາ ເປັນປະທານຜັດປ່ຽນດ້ວຍບັນດາເນື້ອໃນ: ແບ່ງປັນທັດສະນະ ແລະບັນດາບົດຮຽນກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ...

leftcenterrightdel
                             ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຫວູຮຸ່ງ

ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ແມ່ນເພື່ອແນໃສ່ຕີລາຄາຜົນແຫ່ງການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຂອງບັນດາປະເທດເຂົ້າຮ່ວມ ARF; ຍົກສູງການເຄື່ອນໄຫວຮັກສາສັນຕິພາບ; ຊຸກຍູ້ການຮ່ວມມືຍົກສູງກໍາລັງຄວາມສາມາດຮັກສາສັນຕິພາບສະຫະປະຊາຊາດລະຫວ່າງບັນດາປະເທດເຂົ້າຮ່ວມ ARF, ໃນນັ້ນມີບັນດາການເຄື່ອນໄຫວຄືແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ການຮ່ວມມືບຳລຸງສ້າງ, ການແລກປ່ຽນນັກຊ່ຽວຊານ.

ກ່າວປາໄສໄຂກອງປະຊຸມສໍາມະນາ, ທ່ານພົນໂທ ຫງວຽນຈິວີ້ງ ໃຫ້ຮູ້ວ່າ: ຫວຽດນາມ ພວມຍູ້ແຮງການເພີ່ມທະວີກໍາລັງຄວາມສາມາດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດດ້ວຍກໍາລັງພາຍໃນຂອງຕົນ ແລະການໜູນຊ່ວຍຂອງບັນດາປະເທດຄູ່ຮ່ວມມື ແລະບັນດາອົງການຈັດຕັ້ງສາກົນ, ໃນນັ້ນໂດຍພື້ນຖານແມ່ນບັນດາປະເທດແມ່ນສະມາຊິກເວທີປາໄສ ARF. ເລື່ອງແບ່ງປັນບົດຮຽນ, ໜູນຊ່ວຍກ່ຽວກັບການບໍາລຸງສ້າງຂອງບາງປະເທດເຂົ້າຮ່ວມ ARF ໃຫ້ແກ່ຫວຽດນາມ ເພື່ອເຂົ້າ ຮ່ວມການເຄື່ອນໄຫວຮັກສາສັນຕິພາບແມ່ນລໍ້າຄ່າທີ່ສຸດ, ປະກອບສ່ວນບໍ່ແມ່ນນ້ອຍເຂົ້າໃນການຍົກສູງກໍາລັງຄວາມສາມາດຂອງຫວຽດນາມ ໃນຂົງເຂດນີ້.

 

ແປໂດຍ: ກວຽດເຕີມ